ປະທານໄກສອນ ພົມວິຫານ ກ່າວ: ຮູ້ສ້າງຂະບວນການວຽກງານຕົວຈິງ ຈະມີພະນັກງານຮູ້ບັນຊາ, ຮູ້ນຳພາວຽກງານພົ້ນເດັ່ນ

ການກໍ່ສ້າງຮາກຖານການເມືອງນັບແຕ່ເລີ່ມຕົ້ນຈົນສາມາດໝູນໃຊ້ເປັນບົດຮຽນພົ້ນເດັ່ນໃນປັດຈຸບັນລ້ວນແຕ່ມາຈາກທັດສະນະແນວຄິດຊີ້ນຳຂອງປະທານ ໄກສອນ ພົມວິຫານ ໂດຍສະແດງອອກໃຫ້ເຫັນຢ່າງຈະແຈ້ງວ່າ: ຂະບວນການປະຕິວັດຂອງມະຫາຊົນເປັນບ່ອນຝຶກຝົນຫລໍ່ຫລອມພະນັກງານຂຶ້ນມາ. ຂະນະດຽວກັນ, ປະທານ ໄກສອນ ພົມວິ ຫານ ໄດ້ກ່າວອີກວ່າ: “ບໍ່ຢ້ານວ່າຈະບໍ່ມີພະນັກງານ ພຽງແຕ່ຮູ້ສ້າງຂະບວນ ການ ແລ້ວນຳເອົາພະນັກງານລົງສູ່ຂະບວນການຝຶກຝົນຫລໍ່ຫລອມໃນຂະບວນການວຽກງານຕົວຈິງກໍຈະມີພະນັກງານຮູ້ບັນຊາ, ຮູ້ນຳພາວຽກງານ ພົ້ນເດັ່ນຂຶ້ນ”.
ຂະບວນການແມ່ນການເຮັດວຽກງານໃດໜຶ່ງທີ່ມີລັກສະນະແພ່ຫລາຍທົ່ວໄປ ຊຶ່ງການເຮັດວຽກງານັ້ນຕ້ອງເຮັດຢ່າງມີການຈັດຕັ້ງນຳພາ ແລະ ຕື່ນຕົວ (ບໍ່ໄດ້ບັງຄັບ) ເຮັດໄດ້ 3 ເນື້ອໃນນີ້ຈຶ່ງເຮັດໃຫ້ຂະບວນການຕ່າງໆຍືນຍົງຄົງຕົວ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ”. ປະທານ ໄກສອນ ພົມວິຫານ ສັ່ງສອນອີກວ່າ: “ການໄດ້ລົງກໍ່ສ້າງຮາກຖານການເມືອງ ທີ່ມີການຊີ້ນຳໂດຍກົງຂອງກົມການເມືອງ ແມ່ນກາລະໂອກາດດີທີ່ສຸດໃນຊີວິດການເມືອງທີ່ໄດ້ຮໍ່າຮຽນເປັນລະບົບ ຊຶ່ງນັບວ່າແມ່ນສິ່ງທີ່ດີ ແລະ ເປັນພື້ນຖານແລ້ວ, ແຕ່ຖ້າບໍ່ຮູ້ນຳໃຊ້ຄວາມຮູ້ທີ່ໄດ້ຮໍ່າຮຽນມາເຂົ້າກັບວຽກງານຕົວຈິງທັງບໍ່ສ້າງໄດ້ຜົນປະໂຫຍດຫຍັງໃຫ້ແກ່ປະຊາຊົນ, ສັງຄົມກໍຈະບໍ່ມີຄຸນຄ່າຫຍັງໝົດ. ດັ່ງນັ້ນ, ການມາລົງກໍ່ສ້າງຮາກຖານການເມືອງຈຶ່ງແມ່ນການມາກໍ່ສ້າງຕົນເອງໃຫ້ເຕີບໃຫຍ່ຂຶ້ນກັບວຽກງານຕົວຈິງ, ເປັນໂອກາດຝຶກຝົນຫລໍ່ຫລອມຕົນເອງທຸກດ້ານ ແລະ ເພື່ອໃຫ້ເຂົ້າສູ່ລວງເລິກ. ການລົງກໍ່ສ້າ ຮາກຖານຊົນນະບົດຄວນຫັນເປັນໂຄງການຕິດພັນກັບຄວາມຮັບຜິດຊອບຂອງຂະແໜງການສາຍຕັ້ງ ໝາຍຄວາມວ່າ: ມີໂຄງການວຽກງານຕົວຈິງ, ສຸມທຶນຮອນເຂົ້າໃສ່ ແລະມີຄົນໄປນຳພາເຮັດຕົວຈິງ ແລະ ເຮັດຢ່າງມີຈຸດສຸມ”. ໃນສ່ວນຂອງພະນັກງານລົງກໍ່ສ້າງຮາກຖານນັ້ນມີ 4 ບົດບາດຕົ້ນຕໍຄື “ເປັນເສນາທິການ, ເປັນຜູ້ນໍາພາ, ເປັນຜູ້ເຮັດຕົວຈິງ ແລະ ເປັນເຈົ້າການເພື່ອຊ່ວຍເຫລືອທ້ອງຖິ່ນຮາກຖານ”.
ຈາກບົດຮຽນທີ່ຖອດຖອນໄດ້ຢູ່ຮາກຖານ, ປະທານ ໄກສອນ ພົມວິຫານ ໄດ້ເອົາມາບູລະນະແນວທາງ- ນະໂຍບາຍຂອງພັກ ໂດຍພັກໄດ້ໃຫ້ທັດສະນະສຳຄັນຫລາຍຢ່າງຕໍ່ການພັດທະນາຊົນນະບົດເປັນຕົ້ນແມ່ນ ການເສີມຂະຫຍາຍປະຊາທິປະໄຕ ແລະ ສິດເປັນເຈົ້າຂອງປະເທດຊາດໃນການກໍ່ສ້າງຮາກຖານໃຫ້ເຂັ້ມ ແຂງຮອບດ້ານ ດັ່ງໃນມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງພັກ ໄດ້ກໍານົດວ່າ: ການເສີມຂະຫຍາຍ ປະຊາທິປະໄຕ ເປັນແຮງດັນທັງເປັນຈຸດໝາຍຂອງການປ່ຽນແປງໃໝ່ຮອບດ້ານຂອງພັກ ແມ່ນຂະບວນການວິວັດ ອັນຍາວນານແຫ່ງການຂະຫຍາຍຕົວຂອງປະເທດຊາດ, ການເສີມຂະຫຍາຍ ປະຊາທິປະໄຕ ຕ້ອງຕິດພັນກັບຈັງຫວະການຂະຫຍາຍຕົວທຸກດ້ານຂອງປະເທດຊາດ ຕິດພັນກັບລະບົບຄວາມຮູ້ຂອງປະຊາຊົນບັນດາ ເຜົ່າແຕ່ລະບ່ອນຕິດພັນກັບຈຸດພິເສດປະຫວັດສາດ ແລະ ມູນເຊື້ອຂອງຊາດ”.
ຍ້ອນແນວນັ້ນ, ພວກເຮົາຕ້ອງ ປະຕິບັດມາດຕະການຍຸດທະສາດຫັນລົງກໍ່ສ້າງຮາກຖານເພື່ອກໍ່ສ້າງຮາກຖານໃຫ້ໜັກແໜ້ນເຂັ້ມແຂງຮອບດ້ານ, ຕ້ອງເຂົ້າໃຈແຈ້ງວ່າ:ລັດໜຶ່ງ, ລະບອບໜຶ່ງຈະຍືນຍົງຄົງໝັ້ນ ກໍຕໍ່ເມື່ອພື້ນຖານຂອງລັດ ຫລື ລະບອບນັ້ນໆໄດ້ຮັບການກໍ່ສ້າງຢ່າງແໜ້ນໜາຖາວອນ. ຈາກນີ້ຈຶ່ງເວົ້າໄດ້ວ່າ:ການກໍ່ສ້າງຮາກຖານ ໝາຍເຖິງ “ການກໍ່ສ້າງ ແລະ ພັດທະນາຊົນນະບົດ, ກໍ່ສ້າງບ້ານຊ່ອງໃຫ້ເຂັ້ມແຂງຮອບດ້ານ ເປັນຈຸດໜັກນັ້ນເອງ” ແລະ ຕ້ອງສືບຕໍ່ປະຕິບັດແຜນການຫັນລົງສູ່ຮາກຖານ-ຫັນລົງສູ່ຊົນນະບົດ, ຂຶ້ນໄປເຂດພູດອຍ. ການກໍ່ສ້າງຮາກຖານ ແລະ ພັດທະນາຊົນນະບົດ ຕ້ອງສ້າງໂຄງການພັດທະນາ ຊົນນະບົດທີ່ສອດຄ່ອງກັບແຕ່ລະບ່ອນ, ແຕ່ລະບໍລິເວນ ແລະ ແຕ່ລະເຜົ່າຊົນ, ຕ້ອງວາງແຜນການຈັດຕັ້ງ ການຝຶກອົບຮົມ, ບຳລຸງສ້າງພະນັກງານຢ່າງເປັນລະບົບທັງ 3 ປະເພດຄື ພະນັກງານການເມືອງ, ພະນັກງານຄຸ້ມຄອງ ແລະ ພະນັກງານວິຊາການຂະແໜງການຕ່າງໆເຊັ່ນ ກະສິກຳເປັນຕົ້ນ….ເພາະການພັດທະ ນາຊົນນະບົດ ຕ້ອງຕິດພັນກັບການເພີ່ມທະວີການບຳລຸງສ້າງຖັນແຖວພະນັກງານຮາກຖານ; ການປັບປຸງ ແລະ ເພີ່ມທະວີການນໍາພາຂອງບັນດາອົງການຈັດຕັ້ງ ແລະ ອົງການປົກຄອງຮາກຖານ; ການຮັບປະກັນຄວາມສະຫງົບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຢູ່ຊົນນະບົດ.
ໝາກຜົນຂອງການກໍ່ສ້າງຮາກຖານການເມືອງຕ້ອງສະແດງອອກເດັ່ນແຕ່ລະດ້ານຄືລະດັບຄວາມຕື່ນຕົວທາງການເມືອງຂອງມະຫາຊົນໄດ້ຮັບການເຊີດຊູຂຶ້ນ; ສິດເປັນເຈົ້າ ແລະ ປະຊາທິປະໄຕເຈົ້າປະຊາຊົນ ໄດ້ຮັບການເສີມຂະຫຍາຍ; ເສດຖະກິດ-ວັດທະນະທໍາຂະຫຍາຍຕົວ; ຊີວິດການເປັນຢູ່ຂອງມະຫາຊົນ ໄດ້ຮັບການປົວແປງດີຂຶ້ນ; ຮັບປະກັນຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ; ຂະບວນການຂອງມະຫາ ຊົນຂະຫຍາຍຕົວຢ່າງຟົດຟື້ນ ແລະ ຕໍ່ເນື່ອງ; ຖັນແຖວພະນັກງານເຕີບໃຫຍ່ຂຶ້ນ; ການຈັດຕັ້ງຕ່າງໆໄດ້ຮັບການປັບປຸງແໜ້ນໜາ; ບົດບາດການນຳພາຂອງການຈັດຕັ້ງຮາກຖານພັກໄດ້ຮັບການເພີ່ມທະວີ.

