ວະລິດ ເຣກຣາກີ ປະກາດຕອນນີ້ ໂມຣ໊ອກໂກ ຫວັງເຖິງແຊ໊ມໂລກ ເຊື່ອທີມອື່ນຈະຢ້ານພວກຕົນ

ວາລິດ ເຣກຣາກີ ປະກາດສຽງແຂງຕອນນີ້ ໂມຣ໊ອກໂກ ຕັ້ງເປົາເຖິງການຄວ້າແຊ໊ມບານເຕະໂລກ 2022 ເຊື່ອຄູ່ຕໍ່ສູ້ຫລັງຈາກນີ້ຈະຢ້ານພວກຕົນ ແລະ ຊາວໂລກຈະຖ້າໃຫ້ກຳລັງໃຈຢູ່.
ວາລິດ ເຣກຣາກີ ຜູ້ຈັດການທີມຊາດໂມຣ໊ອກໂກ ເປີດເຜີຍຫລັງເກມການແຂ່ງຂັນບານໂລກ 2022 ຮອບກ່ອນຮອງຊະນະເລີດທີ່ຊະນະ ໂປຣຕຸເກສ 1-0 ເມື່ອວັນທີ 10 ທັນວາ ປະກາດວ່າຕອນນີ້ພວກຕົນຕັ້ງເປົ້າຫວັງເຖິງການຄວ້າແຊ໊ມແລ້ວ.
ເຣກຣາກີ ກ່າວວ່າ : “ ເປັນຫຍັງເຮົາຈະບໍ່ຝັນເຖິງການຄວ້າແຊ໊ມໂລກລະ ? ເຮົາບໍ່ຕ້ອງເສຍຫຍັງເພື່ອຄວາມເປັນ ເຮົາຍັງບໍ່ປະສົບຄວາມສຳເລັດຫຍັງກໍຈິງ ແຕ່ທຸກທີມທີ່ຈະພົບກັບເຮົາຈາກນີ້ໄປຕ້ອງຫວາດກົວ ເພາະພວກເຂົາຮູ້ວ່າຕ້ອງເຮັດໃຫ້ດີທີ່ສຸດເພື່ອເອົາຊະນະເຮົາ. ເຮົາບໍ່ໄດ້ມາບານໂລກເພື່ອຫລິ້ນພຽງຮອບແບ່ງກຸ່ມ ບານເຕະເປັນກິລາທີ່ດີທີ່ສຸດໃນໂລກ ເພາະມັນເປັນກິລາທີ່ເປີດໂອກາດໃຫ້ທ່ານໄດ້ຝັນ ນີ້ເປັນຂໍ້ຄວາມທີ່ຂ້ອຍຢາກບອກທີມ ແລະ ບອກທະວີບແອຟຣິກາ ຂ້ອຍຄິດວ່າຕອນນີ້ໂລກໄດ້ຢູ່ຂ້າງໂມຣ໊ອກໂຄແລ້ວ ”.

