ລັດຖະບານ ຈະບໍ່ອະນຸມັດໂຄງການໃໝ່ ຂຸດຄົ້ນແຮ່ເຫລັກແບບທົດລອງ

ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ກ່າວຄຳເຫັນສັງລວມ ແລະ ຊີ້ແຈງເພີ່ມຕື່ມ ກ່ຽວກັບວຽກງານຂອງລັດຖະບານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 9 ທັນວາ 2022 ໂດຍສະເພາະຄໍາຖາມເຈາະຈີ້ມຕື່ມຂອງຄະນະປະຈຳສະພາແຫ່ງຊາດ ກໍຄືສະມາຊິກສະພາແຫ່ງຊາດ (ສສຊ) ໃນນີ້ ກໍຊີ້ແຈງຕໍ່ຄໍາຊັກຖາມກ່ຽວກັບ ໂຄງການຂຸດຄົ້ນແຮ່ເຫຼັກແບບທົດລອງ ທີ່ປັດຈຸບັນການສົ່ງອອກບໍ່ໄດ້ຕາມແຜນການ ຊຶ່ງຈະເຮັດໃຫ້ການສົ່ງອອກແຮ່ເຫຼັກ ບໍ່ມີປະສິດທິຜົນທາງດ້ານເສດຖະກິດ.
ທ່ານນາຍົກລັດຖະມົນຕີໄດ້ກ່າວວ່າ: ໂຄງການຂຸດຄົ້ນແຮ່ເຫຼັກ ແບບທົດລອງ ແມ່ນໂຄງການທີ່ລັດຖະບານຈັດຕັ້ງປະຕິບັດ ຕາມເນື້ອໃນຈິດໃຈຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ. ຄືດັ່ງພວກເຮົາຮັບຮູ້ນໍາກັນແລ້ວວ່າ, ປະເທດຂອງພວກເຮົາ ແມ່ນພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຢ່າງໜັກໜ່ວງສົມຄວນ ໂດຍສະເພາະໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ການຈັດເກັບລາຍຮັບກໍບໍ່ໄດ້ຕາມແຜນທີ່ກຳນົດໄວ້ ແລະ ມີພັນທະຕ້ອງຊໍາລະໜີ້ສິນເງິນກູ້ຈາກຕ່າງປະເທດ. ດັ່ງນັ້ນ, ເພື່ອແກ້ໄຂບໍ່ໃຫ້ປະເທດເຮົາຕົກສູ່ວິກິດດ້ານການເງິນ ລັດຖະບານໄດ້ຊອກທຸກວິທີທາງ ເພື່ອສ້າງຖານລາຍຮັບ ນໍາມາແກ້ໄຂບັນຫາທີ່ຈໍາເປັນ ແລະ ຮີບດ່ວນຂອງຊາດ ຊຶ່ງເບື້ອງຕົ້ນໄດ້ເຮັດທົດລອງແຮ່ເຫຼັກ, ຕໍ່ມາເຫັນວ່າມີເງື່ອນໄຂສະດວກ ກໍເລີຍສືບຕໍ່ຂະຫຍາຍເຖິງ ຫີນບາໂບຣ, ແຮ່ຄໍາ ແລະ ແຮ່ຫາຍາກ ຊຶ່ງທັງໝົດໂຄງການເຮັດທົດລອງແຮ່ເຫຼົ່ານີ້ ແມ່ນມີນິຕິກໍາຂອງລັດຖະບານຮັບຮອງຢ່າງຄົບຖ້ວນ.
ຜ່ານການຈັດຕັ້ງປະຕິບັດ ໂຄງການເຮັດທົດລອງແຮ່ທາດ ສາມາດເກັບລາຍຮັບໄດ້ໃນລະດັບ ໜຶ່ງ ເຖິງຈະບໍ່ບັນລຸຕາມແຜນການທີ່ວາງໄວ້ ແຕ່ກໍປະກອບສ່ວນໃນການສ້າງຖານລາຍຮັບໃນລະດັບທີ່ແນ່ນອນ; ນອກນີ້, ກໍມີລາຍຮັບຈາກການຊື້ສິດສໍາປະທານ ຫຼື ຊື້ສິດໃນການຊອກຄົ້ນ. ດັ່ງນັ້ນ, ເດືອນ 12 ປີ 2022 ລັດຖະບານສາມາດປະຄັບປະຄອງບໍ່ໃຫ້ປະເທດເຮົາຕົກເຂົ້າສູ່ວິກິດ ທີ່ບໍ່ຊໍາລະໜີ້ສິນໄດ້ ແລະ ສາມາດຈັດສັນງົບປະມານ ໃຊ້ຊໍາລະໜີ້ສິນຕ່າງປະເທດໄດ້ຕາມກຳນົດເວລາ.
ເຖິງຢ່າງໃດກໍຕາມ, ປັດຈຸບັນ ລາຄາແຮ່ເຫຼັກໃນຕະຫຼາດໂລກໄດ້ຫຼຸດລົງຫຼາຍ ຖ້າທຽບໃສ່ໃນໄລຍະຕົ້ນ ຂອງການອະນຸຍາດໂຄງການຂຸດຄົ້ນແຮ່ເຫຼັກ ແບບເຮັດທົດລອງ ເນື່ອງຈາກປັດໄຈພາຍໃນ ແລະ ພາຍນອກ ຈຶ່ງເຮັດໃຫ້ການສົ່ງອອກແຮ່ເຫຼັກພົບຄວາມຫຍຸ້ງຍາກ ແລະ ບໍ່ໄດ້ຕາມແຜນການ (ແຜນການ 12.634.900 ໂຕນ, ແຕ່ສົ່ງອອກຕົວຈິງໄດ້ແຕ່ 402.000,764 ໂຕນ ຫຼື ປະມານ 3,18% ຂອງແຜນການ) ຊຶ່ງເພື່ອແກ້ໄຂບັນຫາດັ່ງກ່າວ ລັດຖະບານໄດ້ຊີ້ນໍາໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ຄົ້ນຄວ້າທຸກວິທີແກ້ໄຂບັນຫາດັງກ່າວ ທັງຊຸກຍູ້ຕິດຕາມ ແລະ ກວດກາ ການດໍາເນີນກິດຈະການຂອງບັນດາບໍລິສັດທີ່ໄດ້ເຊັນສັນຍາແລ້ວ ດັ່ງນີ້:
- ໄດ້ທົບທວນພັນທະແບບມອບເໝົາ ການເຮັດທົດລອງຂຸດຄົ້ນແຮ່ເຫຼັກຄືນໃໝ່ ໂດຍການກຳນົດເອົາເປັນເປີເຊັນ ຕາມການຂຶ້ນລົງຂອງລາຄາຊື້-ຂາຍແຮ່ເຫຼັກໃນຕະຫຼາດສາກົນ (ບໍ່ເກັບແບບເດັດຖານ ຄືດັ່ງທີ່ໄດ້ກຳນົດໄວ້);
- ກໍານົດພັນທະການມອບເໝົາໂດຍການແບ່ງຕາມຄຸນນະພາບຂອງແຮ່ເຫຼັກ ແລະ
- ການເກັບພັນທະ ອາດຈະຕ້ອງໄດ້ສຶກສາເປັນແຕ່ລະກໍລະນີ ເນື່ອງຈາກວ່າທີ່ຕັ້ງຂອງໂຄງການ ແລະ ຄວາມເຂັ້ມຂຸ້ນຂອງແຮ່ທາດ ຢູ່ເລິກ ຢູ່ຕື້ນ ແມ່ນກ່ຽວກັບຄຸນນະພາບຂອງແຮ່ເຫຼັກທີ່ແຕກຕ່າງກັນ ອັນໄດ້ສົ່ງຜົນກະທົບຕໍ່ຕົ້ນທຶນການຜະລິດ ແລະ ການຈໍາໜ່າຍສິນຄ້າ.
ໃນກໍລະນີທີ່ລາຄາໃນຕະຫຼາດໂລກ ສືບຕໍ່ຫຼຸດລົງເລື້ອຍໆ ຫຼື ວ່າຫຼຸດລົງກວ່າ 50 ໂດລາ ຕໍ່ໂຕນ ຄືກັບໄລຍະທ້າຍປີ 2015-2016, ລັດຖະບານ ກໍເຫັນວ່າຈະໄດ້ຢຸດການສົ່ງອອກ ເພື່ອຮັກສາໄວ້ສະ ໜອງເຂົ້າໂຮງງານຫຼອມເຫຼັກ ທີ່ອາດເກີດຂຶ້ນໃນຕໍ່ໜ້າ ຫຼື ລໍຖ້າການປັບຂຶ້ນຂອງລາຄາແຮ່ເຫຼັກ ຈຶ່ງສົ່ງອອກຕໍ່. ແຕ່ສຳລັໍບແຜນກໍ່ສ້າງໂຮງງານຫຼອມເຫຼັກ ທີ່ເປັນນະໂຍບາຍຂອງລັດຖະບານ ເພື່ອສະໜອງການນໍາໃຊ້ພາຍໃນ ແລະ ສົ່ງອອກ ເພື່ອເປັນການຍົກຄຸນຄ່າຂອງແຮ່ເຫຼັກ ທັງເປັນການຊ່ວຍຜູ້ພັດທະນາໂຄງການຂຸດຄົ້ນແຮ່ເຫຼັກ ແກ້ໄຂບັນຫາລາຄາແຮ່ເຫຼັກ ທີ່ຫຼຸດລົງມານັ້ນ ປັດຈຸບັນ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຊຸກຍູ້ໃຫ້ລັດວິສາຫະກິດພັດທະນາແຮ່ທາດລາວ ສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກ ເພື່ອດຶງດູດ ແລະ ສົ່ງເສີມໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ມາຮ່ວມລົງທຶນ. ແຕ່ເຖິງຢ່າງໃດກໍຕາມ, ການຕັ້ງໂຮງງານດັ່ງກ່າວ ກໍຍັງບໍ່ງ່າຍ ເພາະຕ້ອງມີຂະບວນການຕ່າງໆ ເປັນຕົ້ນ ເຊື້ອໄຟພະລັງງານຄວາມຮ້ອນ…. ຊຶ່ງບໍ່ຖ່ານຫີນທີ່ເຮົາມີແຕ່ລະບ່ອນ ແມ່ນບໍ່ໄດ້ຄວາມຮ້ອນທີ່ເໝາະສົມ.
ທ່ານ ນາຍົກລັດຖະມົນຕີ ຍັງກ່າວອີກວ່າ: ການຈັດຕັ້ງປະຕິບັດໂຄງການຂຸດຄົ້ນແຮ່ເຫຼັກແບບທົດລອງ ຍັງມີບັນຫາຄົງຄ້າງຈໍານວນໜຶ່ງ ທີ່ລັດຖະບານຈະຕ້ອງສືບຕໍ່ປັບປຸງແກ້ໄຂ ຊຶ່ງນັບແຕ່ຕົ້ນປີນີ້ເປັນຕົ້ນມາ ກໍໄດ້ມີການພິຈາລະນາໂຈະການອະນຸມັດໃໝ່ ແລະ ໄດ້ມາເນັ້ນກັນຕື່ມໃນເດືອນ 11 ຜ່ານມານີ້ ໂດຍໄດ້ໂຈະຢ່າງຂາດຕົວ ເພື່ອໃຫ້ຂະແໜງການກ່ຽວຂ້ອງ ປະເມີນຜົນການຈັດຕັ້ງປະຕິບັດ ການອະນຸມັດໃນໄລຍະຜ່ານມາ ປັບປຸງໃຫ້ມີປະສິດທິຜົນຂຶ້ນ; ຖ້າຫາບໍລິສັດໃດ ເຮັດບໍ່ໄດ້ຕາມນິຕິກໍາທີ່ລັດຖະບານກຳນົດ ກໍຄ່ອຍໆຖອນອອກໆ.

