ສະຫາຍ ເລຂາທິການໃຫຍ່ ຕ້ອນຮັບຄະນະ ໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ

ໃນວັນທີ 9 ທັນວາ 2022 ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ຈ້ອງ ເຫງຍ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະເຂົ້າຢ້ຽມຂໍ່ານັບ, ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໂດຍສະເພາະມາເຂົ້າຮ່ວມ ສຳມະນາທິດສະດີສອງພັກ ລາວ-ຫວຽດນາມ ຄັ້ງທີ IX ທີ່ຈັດຂຶ້ນໃນລະຫວ່າງວັນທີ 8-9 ທັນວາ ຢູ່ນະຄອນຫລວງວຽງຈັນ.
ໂອກາດນີ້, ສະຫາຍເລຂາທິການໃຫຍ່ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ ສະຫາຍ ຫງວຽນ ຈ້ອງເຫງຍ ພ້ອມຄະນະທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ຊຶ່ງຢູ່ໃນບັນຍາກາດແຫ່ງການສະ ເຫລີມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2022 ໂດຍສະເພາະໃນການມາເຂົ້າຮ່ວມກອງປະຊຸມສຳມະນາທິດສະດີສອງພັກ ລາວ-ຫວຽດນາມ ຄັ້ງທີ IX ທີ່ນະຄອນຫລວງວຽງຈັນ ຊຶ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍຄື ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນ ປະຕິວັດລາວ ແລະ ຄະນະໂຄສະນາສຶກສາສູນກາງ ພັກກອມມູນິດຫວຽດນາມ ທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນ.
ໂອກາດດໜວກັນນີ້, ສະຫາຍ ຫງວຽນ ຈ້ອງ ເຫງຍ ກໍໄດ້ຕາງໜ້າຄະນະ ສະແດງຄວາມຂອບໃຈຕໍ່ ສະ ຫາຍເລຂາທິການໃຫຍ່ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້.

