“ໄຊນ່າ ອິສເທິນ” ຮັບມອບເຮືອບິນ C919 ທີ່ຜະລິດໃນຈີນລຳທຳອິດຂອງໂລກ

ເຮືອບິນ C919 ເຊິ່ງເປັນເຮືອບິນທີ່ຜະລິດໃນຈີນລຳທຳອິດຂອງໂລກ ໄດ້ຖືກສົ່ງມອບໃຫ້ສາຍການບິນໄຊນ່າ ອິສເທິນ ແອຣລາຍ ໃນນະຄອນຊຽງໄຮ້ແລ້ວໃນວັນທີ 9 ທັນວາ ໂດຍເຮືອບິນລຳດັ່ງກ່າວໄດ້ເປີດຕົວດ້ວຍການຂຶ້ນບິນເປັນເວລາ 15 ນາທີ ເພື່ອເປັນການສະເຫລີມສະຫລອງໄລຍະເວລາປະຫວັດສາດ.

ສຳນັກຂ່າວຊິນຮົວຂອງທາງການຈີນລາຍງານວ່າ: ເຮືອບິນລຳນີ້ມີທ່າອ່ຽງເລີ່ມອອກໃຫ້ບໍລິການບິນໃນທາງການຄ້າຄັ້ງທຳອິດໄລຍະລະດູໃບໄມ້ປົ່ງປີໜ້າ ເຊິ່ງເສັ້ນທາງບິນທຳອິດຈະເປັນການເດີນທາງລະຫວ່າງຊຽງໄຮ້ ແລະ ນະຄອນຫລວງປັກກິ່ງ.

ລາຍງານລະບຸວ່າ: ເຮືອບິນລຳນີ້ມີຂະໜາດ 164 ບ່ອນນັ່ງ ພ້ອມຂຽນຂໍ້ຄວາມວ່າ: “C919 ລຳທຳອິດຂອງໂລກ” ເປັນພາສາຈີນ ແລະ ອັງກິດທາງລຸ່ມ.

ທັງນີ້, ເຮືອບິນລຸ້ນດັ່ງກ່າວຜ່ານການຮັບຮອງສຳລັບການປະຕິບັດງານທີ່ປອດໄພໃນເດືອນກັນຍາ ແລະ ການຜະລິດໃນປະລິມານຫລາຍໃນເດືອນພະຈິກ ໂດຍເປັນຄູ່ແຂ່ງກັບເຮືອບິນລຸ້ນ A320neo ແລະ ເຮືອບິນໂບອິ້ງລຸ້ນ 737 Max.

ເດິ ເປເປີ ສື່ທ້ອງຖິ່ນຂອງຊຽງໄຮ້ລາຍງານວ່າ: ສາຍການບິນໄຊນ່າ ອິສເທິນ ລະບຸວ່າ: ບໍລິສັດມີແຜນຈະໄດ້ຮັບເຮືອບິນ C919 ຊຸດທຳອິດທີ່ເຫລືອອີກ 4 ລຳໃນອີກ 2 ປີຕໍ່ໜ້າ ເມື່ອທຽບໃສ່ແຜນການກ່ອນໜ້ານີ້ທີ່ຈະໄດ້ຮັບທັງ 4 ລຳໃນປີໜ້າ.