ເຈົ້າໜ້າທີ່ເລັ່ງກູ້ ຜູ້ເສຍຊີວິດ 4 ຄົນ ແລະ ລົດທີ່ຕົກຂົວຢູ່ເມືອງຫລາ ອຸດົມໄຊ

ເຈົ້າໜ້າທີ່ ປກສ ເມືອງຫລາລາຍງານໃຫ້ຮູ້ໃນເບື້ອງຕົ້ນວ່າ: ໃນເວລາປະມານ 12:50 ໂມງ ໃນວັນທີ 7 ທັນວາ 2022 ລົດກະບະວີໂກ້ສີປອນເງິນ ໝາຍເລກຖະບຽນ 9789 ຫລວງນໍ້າທາ ເດີນທາງມາຈາກເມືອງບຸນໃຕ້ ແຂວງຜົ້ງສາລີ ພໍມາຮອດຈຸດເກີດເຫດ ເກີດເສຍຫຼັກຕົກລົງຂົວວັງອີງ ເມືອງຫລາ ເຊິ່ງລົດຄັນດັ່ງກ່າວມີຜູ້ໂດຍສານມານໍາທັງໝົດ 4 ຄົນ ຍິງ 2 ຄົນ ໃນນີ້ 3 ຄົນ ຢູ່ບ້ານໝູຕື່ນນ້ອຍ ເມືອງບຸນໃຕ້ ແລະ ອີກ 1 ຄົນແມ່ນຢູ່ບ້ານໝູຕື່ນ ເມືອງໝໍ້ແຂວງອຸດົມໄຊ.
ປັດຈຸບັນ, ເຈົ້າໜ້າທີ່ກູ້ໄພອົງການກາແດງແຂວງອຸດົມໄຊ ສົມທົບກັບປະຊາຊົນເມືອງຫຼາ ໄດ້ດໍານ້ຳລົງເລິກກວ່າ 11 ແມັດ ແມ່ນພົບເຫັນລົດ ແລະ ຄົນຍັງຢູ່ຈຸດທີ່ຕົກ ແຕ່ທັງໝົດແມ່ນເສຍຊີວິດແລ້ວ, ເຈົ້າໜ້າທີ່ກຳລັງເລັ່ງເກັບກູ້ຮ່າງຜູ້ເສຍຊິວິດ ແລະ ລົດຂຶ້ນມາ.