ລັດຖະບານ ເລັ່ງແກ້ໄຂໂກຕາລັດຖະກອນ ແລະ ອາສາສະໝັກ ຢູ່ເຂດຫ່າງໄກສອກຫລີກ

ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 7 ທັນວາ 2022 ວ່າ: ສຳລັບບັນຫາການແກ້ໄຂໂກຕາລັດຖະກອນຄູທີ່ຂາດເຂີນ ແລະ ອາສາສະໝັກ ຍັງມີຈຳນວນຫລາຍໃນແຕ່ລະແຂວງ ເຊິ່ງອີງຕາມສະຖິຕິກ່ຽວກັບລັດຖະກອນ ປີ 2022 ທົ່ວປະເທດ ມີພະນັກງານ-ລັດຖະກອນ ທັງໝົດ 175.058 ຄົນ, ຍິງ 83.066 ຄົນ; ໃນນັ້ນ, ລັດຖະກອນຄູ ມີຈຳນວນ 72.602 ຄົນ, ຍິງ 39.423 ຄົນ ກວມເອົາ 42% ແລະ ລັດຖະກອນແພດ ມີຈຳນວນ 15.907 ຄົນ, ຍິງ 10.828 ຄົນ ກວມເອົາ 9% ຂອງຈຳນວນລັດຖະກອນທົ່ວປະເທດ.
ປັດຈຸບັນມີຫລາຍກະຊວງອົງການ ແລະ ບັນດາແຂວງ, ນະຄອນຫລວງໄດ້ສຳເລັດການກຳນົດຕຳແໜ່ງງານຂອງຕົນໂດຍພື້ນຖານ. ກະຊວງພາຍໃນໄດ້ກວດກາ ແລະ ພິຈາລະນາອະນຸມັດຮັບຮອງເອົາຜົນການກຳນົດຕຳແໜ່ງງານ ຂອງພາກສ່ວນຕ່າງໆໄດ້ຈຳນວນ 518 ຫົວໜ່ວຍ ໃນນັ້ນຂັ້ນສູນກາງ ມີ 132 ຫົວໜ່ວຍເທົ່າກັບ 28,75%, ຂັ້ນແຂວງມີ 121 ຫົວໜ່ວຍ ເທົ່າກັບ 21,08%, ຂັ້ນເມືອງມີ 264 ຫົວໜ່ວຍ ເທົ່າກັບ 7,42% ເຊິ່ງບັນດາຕົວເລກດັ່ງກ່າວ ສະແດງໃຫ້ເຫັນວ່າ ພວກເຮົາຍັງເຮັດໄດ້ໜ້ອຍ ຍ້ອນແນວນັ້ນຈິ່ງເຮັດໃຫ້ພະນັກງານ-ລັດຖະກອນ ທີ່ບັນຈຸຢູ່ໃນກົງຈັກລັດ, ອົງການຈັດຕັ້ງທັງຂັ້ນສູນກາງ ແລະ ທ້ອງຖິ່ນມີຈຳນວນຫລາຍ ຫລື ບໍ່ສອດຄ່ອງກັບໜ້າວຽກຕົວຈິງ.
ອາສາສະໝັກທັງໝົດໃນທົ່ວປະເທດມີເຖິງ 15.826 ຄົນ, ຍິງ 4.819 ຄົນ ໃນນັ້ນ, ຄູອາສາສະໝັກ 7.379 ຄົນ, ແພດອາສາສະໝັກ 5.228 ຄົນ ຍັງບໍ່ລວມກັບຂະແໜງການອື່ນ.
ໃນປີ 2023 ນີ້ ອີງໃສ່ຂໍ້ຫຍຸ້ງຍາກລວມທາງດ້ານເສດ ຖະກິດ, ລັດຖະບານ ໄດ້ສະເໜີໃຫ້ສະພາແຫ່ງຊາດພິຈາ ລະນາ ຕົວເລກລັດຖະກອນໃໝ່ທັງໝົດມີພຽງ 800 ຄົນ ເຊິ່ງໃນນີ້ ລັດຖະບານກໍໄດ້ໃຫ້ທິດຊີ້ນຳວ່າ ຕ້ອງໃຫ້ບູລິມະສິດ 2 ຂະແໜງການສຶກສາ ແລະ ສາທາລະນະສຸກ ເຮັດໃຫ້ບາງກະຊວງ ອົງການຂັ້ນສູນກາງ ຫລື ແຂວງຈຳນວນໜຶ່ງອາດຈະບໍ່ໄດ້ຕົວເລກລັດຖະກອນ ເພາະຕົວເລກດັ່ງກ່າວແມ່ນເນັ້ນໃສ່ຄູ ແລະ ແພດອາສາສະໝັກ ທີ່ຢູ່ເຂດຫ່າງໄກສອກຫລີກ ເຂດທຸລະກັນດານ ເປັນຕົ້ນ ຜູ້ທີ່ປະຕິ ບັດໜ້າທີ່ວຽກງານມາຫລາຍປີເປັນຕົ້ນຕໍ.

