ອີຣານຄົ້ນພົບແຫລ່ງນ້ຳມັນສຳຮອງແຫ່ງໃໝ່

ວັນທີ 6 ທັນວາ 2022, ທ່ານ ເມດີ ຟາຄົວ ຜູ້ອຳນວຍການການຂຸດສຳຫລວດຂອງບໍລິສັດນ້ຳມັນແຫ່ງຊາດອີຣານ (NIOC) ເປີດເຜີຍການຄົ້ນພົບແຫລ່ງນ້ຳມັນແຫ່ງໃໝ່ໃນພາກຕາເວັນຕົກສຽງໃຕ້ຂອງປະເທດ.

ທ່ານ ຟາຄົວ ລະບຸວ່າ: ຂະນະດຽວກັນຜູ້ຊ່ຽວຊານຂອງອີຣານກຳລັງວິໄຈແຫລ່ງຂຸດສຳຫລວດນອກຊາຍຝັ່ງໃນນ່ານນ້ຳຕອນໃຕ້ຂອງປະເທດ ເຊິ່ງມີປະລິມານແກັສສຳຮອງຕາມການຄາດຄະເນຢູ່ 8,5 ແສນລ້ານແມັດກ້ອນ.

“ຖືເປັນຄັ້ງທຳອິດທີ່ອີຣານໄດ້ຜະລິດເຮືອບິນນ້ອຍສຳລັບການວັດແທກຄ່າຄວາມເຂັ້ມຂຸ້ນຂອງສະໜາມແມ່ເຫລັກທາງອາກາດ ເພື່ອໃຊ້ລະບຸແຫລ່ງໄຮໂດຣກາກບອນ ໃນຄວາມເລິກໃຕ້ດິນສູງເຖິງ 7.000 ແມັດ” ທ່ານ ຟາຄົວ ກ່າວ.

ບໍລິສັດດັ່ງກ່າວກ່າວອີກວ່າ: ເຮືອບິນນ້ອຍດັ່ງກ່າວຈະມີການສຳຫລວດພື້ນທີ່ປະມານໜຶ່ງໃນສິບຂອງພື້ນທີ່ທັງໝົດຂອງອີຣານ ເພື່ອເກັບຮວບຮວມຂໍ້ມູນທີ່ກ່ຽວຂ້ອງ.

ອີຣານມີແຫລ່ງນ້ຳມັນສຳຮອງຂະໜາດໃຫຍ່ອັນດັບ 4 ຂອງໂລກ ຮອງຈາກເວເນຊູເອລາ, ຊາອຸດິອາຣະເບຍ ແລະ ການາດາ ໂດຍໜຶ່ງໃນແຫລ່ງແກັສທີ່ພິສູດແລ້ວຂະໜາດໃຫຍ່ທີ່ສຸດມີແກັສຢູ່ເກືອບ 34 ພັນຕື້ແມັດກ້ອນ.