ຣັດເຊຍອາດຫລຸດກຳລັງຜະລິດ “ນ້ຳມັນ” ຕອບໂຕ້ປະເທດຕາເວັນຕົກຕັ້ງເພດານລາຄາ

ວັນທີ 6 ທັນວາ 2022, ທ່ານ ອາເລັກຊານເດີ ໂນວັກ ຮອງນາຍົກລັດຖະມົນຕີຣັດເຊຍ ເປີດເຜີຍວ່າ: ຣັດເຊຍອາດຫລຸດກຳລັງການຜະລິດນ້ຳມັນລົງໃນລະດັບໜຶ່ງຢ່າງພໍປະມານ ເນື່ອງຈາກ “ສະຖານະການບໍ່ແນ່ນອນ” ອັນເກີດຈາກມະຕິກຳນົດເພດານລາຄານ້ຳມັນດິບຣັດເຊຍຂອງສະຫະພາບເອີຣົບ (EU) ແລະ ກຸ່ມປະເທດອຸດສາຫະກຳຊັ້ນນຳ 7 ປະເທດ ຫລື G7.
ທ່ານ ໂນວັກ ຜູ້ເບິ່ງແຍງກິດຈະການພະລັງງານຂອງຣັດເຊຍ ກ່າວຕໍ່ສື່ມວນຊົນວ່າ: ນ້ຳມັນຣັດເຊຍເປັນທີ່ຕ້ອງການຂອງຕະຫລາດໂລກ ແລະ ຈະຫາຜູ້ຊື້ໄດ້ໃນທີ່ສຸດ ແລະ ເຖິງວ່າຕອນນີ້ກົນໄກ ແລະ ຕ່ອງໂສ້ການຂົນສົ່ງຈະມີການປ່ຽນແປງ, ແຕ່ຣັດເຊຍຍັງບໍ່ຜະເຊີນສະຖານະການຮ້າຍແຮງໃດໆ.
ທ່ານ ໂນວັກ ເຕືອນວ່າ: ຣັດເຊຍບໍ່ຍອມຮັບການກຳນົດເພດານລາຄາດ້ວຍວິທີການແຊກແຊງລາຄາ ແລະ ບໍ່ຢູ່ໃນຄວາມຕ້ອງການຂອງຕະຫລາດ ເຊິ່ງມີແຕ່ຈະນຳໄປສູ່ການລົງທຶນທີ່ຕົກຕໍ່າທົ່ວໂລກ, ອຸປະທານນ້ຳມັນຂາດເຂີນ ແລະ ລາຄານ້ຳມັນເພີ່ມສູງຂຶ້ນໃນທ້າຍທີ່ສຸດ. ພ້ອມຊີ້ວ່າ: ສະພາບແວດລ້ອມມີຄວາມທ້າທາຍເພີ່ມຂຶ້ນ, ແຕ່ຣັດເຊຍຂະຍັງຈຳໜ່າຍນ້ຳມັນຜ່ານການໃຊ້ກົນໄກປະກັນໄພຮູບແບບໃໝ່, ແນວທາງການຮ່ວມມືໃໝ່ໆ ລະຫວ່າງບໍລິສັດຕ່າງໆ ແລະ ວິທີການຂົນສົ່ງຮູບແບບໃໝ່.
ກຸ່ມປະເທດ EU ມີມະຕິກຳນົດເພດານລາຄານ້ຳມັນດິບທີ່ຂົນສົ່ງຜ່ານທາງທະເລຢູ່ລະດັບ 60 ໂດລາສະຫະລັດຕໍ່ບາເຣລ ໃນອາທິດຜ່ານມາ ແລະ ມີມະຕິສັ່ງຫ້າມການໃຫ້ບໍລິການດ້ານປະກັນ, ການເງິນ ແລະ ອື່ນໆ ສຳລັບການຂົນສົ່ງນ້ຳມັນຂອງຣັດເຊຍ ຖ້ານ້ຳມັນຖືກຂາຍໃນລາຄາສູງກວ່າທີ່ກຳນົດ.
ກ່ອນໜ້ານີ້ໃນເດືອນກັນຍາ, ຄະນະລັດຖະມົນຕີວ່າການກະຊວງການເງິນຂອງກຸ່ມປະເທດ G7 ຕ່າງເຫັນພ້ອມກຳນົດເພດານລາຄານ້ຳມັນຂອງຣັດເຊຍ.

