ລັດຖະມົນຕີ ກະຊວງແຜນການ-ລົງທຶນ ຊີ້ແຈງຄຳຊັກຖາມຂອງ ສສຊ ຕໍ່ເປົ້າໝາຍແຜນພັດທະນາເສດຖະກິດ-ສັງຄົມ ຍົກລະດັບຊີວິດການເປັນຢູ່ປະຊາຊົນໃຫ້ດີຂຶ້ນ

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 7 ທັນວາ 2022 ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ກຳມາທິການແຜນການ, ການເງິນ ແລະ ການກວດສອບ ແລະ ສະມາຊິກສະພາແຫ່ງຊາດ ໄດ້ຊັກຖາມການປະຕິ ບັດເປົ້າໝາຍທີ 1 ຂອງແຜນພັດທະນາເສດຖະກິດ-ສັງຄົມ ເພື່ອໃຫ້ເສດຖະກິດເຕີບໂຕຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງຕິດພັນກັບເປົ້າໝາຍທີ 3 ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ ເປັນຕົ້ນການກໍານົດຕົວຊີ້ບອກຄຸນນະພາບ ແລະ ຍົກລະດັບຊີວິດການເປັນຢູ່ເນື່ອງຈາກຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 2 ປີຜ່ານມາ, ລາຍໄດ້ແຫ່ງຊາດ (GNI) ຫລຸດລົງຕໍ່ເນື່ອງຈາກສາເຫດອັດຕາເງິນເຟີ້ ແລະ ການຜັນຜວນຂອງອັດຕາແລກປ່ຽນທີ່ເພີ່ມຂຶ້ນສູງເຊິ່ງສະແດງໃຫ້ເຫັນຄວາມສາມາດຊື້ຕົວຈິງມີທ່າອ່ຽງຫລຸດລົງຕໍ່ເນື່ອງ. ພ້ອມນີ້, ອັດຕາວ່າງງານເຫັນວ່າສູງຍ້ອນກິດຈະ ກຳສ້າງວຽກເຮັດງານທຳ ແລະ ການສ້າງສີມືແຮງງານຂະຫຍາຍຕົວຈຳກັດ.
ຕໍ່ບັນຫາດັ່ງກ່າວ, ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຊີ້ແຈງວ່າ: ບັນຫານີ້ມີຄວາມຫຍຸ້ງຍາກຫລາຍ ເພາະເປັນບັນຫາກວມລວມຂອງໂລກ ແລະ ເປັນຍ້ອນເງິນກີບປະເທດເຮົານັບມື້ອ່ອນຄ່າສົມທົບກັບນະໂຍບາຍຕ່າງໆຂອງບັນດາປະເທດໃນໂລກ. ສະນັ້ນ, ຕົວຊີ້ບອກຂອງເປົ້າໝາຍດັ່ງກ່າວໃນປີ 2023 ຄວນສືບຕໍ່ຮັກສາໄວ້ກ່ອນ. ສິ່ງສໍາຄັນຕ້ອງໄດ້ສືບຕໍ່ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມທຸກຍາກເສດຖະກິດ-ການເງິນ ຕາມ 3 ຫລັກການໃຫ້ຖືກຕ້ອງເຂັ້ມງວດ ແລະ ເປັນເອກະພາບກັນສູງກວ່າເກົ່າ. ສຳລັບຄໍາຊັກຖາມກ່ຽວກັບຫລັກການ ແລະ ເງື່ອນໄຂການກໍານົດໂຄງປະ ກອບການຈັດສັນງົບປະມານການລົງທຶນຂອງລັດປີ 2023 ໃນ 3 ປະເພດໂຄງການຕາມການລາຍງານຂອງກະຊວງແຜນການ ແລະ ການລົງທຶນຄືໂຄງການໜີ້ສິນ 30,71%, ໂຄງການສືບຕໍ່ 57,68%, ໂຄງ ການສະເໜີໃໝ່ 11,53% ນັ້ນ, ຕາມລະບຸໃນບົດແນະນຳການສ້າງແຜນສະບັບເລກທີ 1658/ກຜທ.ກຜ3 ລົງວັນທີ 20 ກໍລະກົດ 2022 ໄດ້ກຳນົດໄວ້ວ່າ: ໂຄງການຊຳລະໜີ້ 40-50%, ໂຄງການສືບຕໍ່ 30-40% ແລະ ໂຄງການໃໝ່ 10-15%, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງຂະແໜງການ ແລະ ທ້ອງຖິ່ນຕ່າງໆ ໄດ້ສະເໜີຫາກະຊວງແຜນການ ແລະ ການລົງທຶນພັດບໍ່ໄດ້ໄປຕາມນັ້ນ. ຕາມການສັງລວມບັນຊີໂຄງການຈາກແຕ່ລະພາກສ່ວນແລ້ວ ອັດຕະສ່ວນການນໍາໃຊ້ການລົງທຶນຂອງລັດ ປີ 2023 ໄດ້ອອກມາຕາມຄຳເຈາະຈີ້ມຂອງສະພາແຫ່ງຊາດ. ເຖິງຢ່າງໃດກໍຕາມ ເພື່ອບໍ່ໃຫ້ການຈັດຕັ້ງປະຕິບັດຕົວຈິງຊັກຊ້າຄືປີ 2022 ຈຶ່ງສະເໜີສະພາແຫ່ງຊາດພິຈາລະນາຕາມການສະເໜີຂອງກະຊວງແຜນການ ແລະ ການລົງທຶນກ່ອນ, ສ່ວນການສະເໜີຂອງສະມາຊິກສະພາແຫ່ງຊາດຈຳນວນໜຶ່ງ ຕໍ່ອັດຕາສ່ວນໂຄງປະກອບການຈັດສັນອັດຕາສ່ວນໃຫ້ນໍ້າໜັກໂຄງການຊໍາລະໜີ້ 50-60% ແມ່ນຈະໄດ້ປະຕິບັດໃນປີ 2024 ໂດຍຈະໄດ້ປຶກສາຫາລື ແລະ ຄົ້ນຄວ້າຮ່ວມກັນກັບພາກສ່ວນກ່ຽວຂ້ອງ ລວມທັງທ້ອງຖິ່ນຕ່າງໆແຕ່ຫົວທີ ທັງຄຳນຶງເຖິງແຫລ່ງລາຍຮັບບ້ວງເງິນເກີນແຜນຂອງແຕ່ລະທ້ອງຖິ່ນຕື່ມອີກ.
ທ່ານ ຄຳເຈນ ຍັງໄດ້ຊີ້ແຈງຕໍ່ຄໍາຊັກຖາມການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການລົງທຶນຂອງລັດມາດຕາ 18 ແລະ 19 ມີຜົນສັກສິດ ແລະ ຫຍຸ້ງຍາກນັ້ນວ່າ: ລັດຖະບານຈະມີວິທີ ແລະ ມາດຕະການແກ້ໄຂເປັນຕົ້ນ ເວລາຄົ້ນຄວ້າ, ປັບປຸງກົດໝາຍວ່າດ້ວຍການລົງທຶນຂອງລັດສະບັບເລກທີ 72/ສພຊ ປີ 2015 ເຫັນວ່າການເຕີບໂຕເສດຖະກິດໃນໄລຍະນັ້ນ ຂະຫຍາຍຕົວດີໃນລະດັບ 6-7%/ປີ, ການເກັບລາຍຮັບໄດ້ຕາມແຜນ ແລະ ງົບປະມານການລົງທຶນ ກໍສາມາດປະຕິບັດການຊຳລະໂຄງການຕ່າງໆໄດ້, ແຕ່ມາໄລຍະຫລັງນີ້ ໂດຍສະເພາະແຕ່ປີ 2020 ເປັນຕົ້ນມາ, ການຂະຫຍາຍຕົວທາງເສດຖະກິດນັບມື້ຫລຸດລົງຍ້ອນດ້ານໜຶ່ງລັດຖະບານ ເຂັ້ມງວດການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ມາຮອດທ້າຍປີ 2019 ພັດມີການລະບາດຂອງພະຍາດໂຄວິດ-19 ຍິ່ງເຮັດໃຫ້ການເກັບລາຍຮັບບໍ່ໄດ້ຕາມຄາດໝາຍ ແລະ ມາຮອດປີ 2022 ພັດໄດ້ຮັບຜົນກະທົບຈາກສະພາວະເສດຖະກິດໂລກຖົດຖອຍຍິ່ງເຮັດໃຫ້ການປະຕິບັດຄາດໝາຍຕ່າງໆຫຍຸ້ງຍາກໂດຍສະເພາະງົບປະມານ, ຄ່າເງິນກີບນັບມື້ອ່ອນລົງ. ສະນັ້ນເຖິງວ່າລາຍຮັບເປັນເງິນກີບ ເມື່ອທຽບໃສ່ປີ 2020 ເພີ່ມຂຶ້ນ, ແຕ່ລາຄາວັດສະດຸ, ຄ່າແຮງງານ ແລະ ອື່ນໆພັດສູງຂຶ້ນຈຶ່ງບໍ່ສາມາດປະ ຕິບັດໄດ້ຕາມມາດຕາ 18 ແລະ ມາດຕາ 19 ຂອງກົດໝາຍວ່າດ້ວຍການລົງທຶນຂອງລັດ. ຈາກສະພາບການດັ່ງກ່າວ, ບັນຫານີ້ຕ້ອງແກ້ໄຂຕາມຄວາມສາມາດ ແລະ ເງື່ອນໄຂຕົວຈິງຂອງງົບປະມານກ່ອນ, ສຳ ລັບການສະເໜີຈະປັບປຸງມາດຕາ 18 ແລະ ມາດຕາ 19 ຂອງກົດໝາຍນັ້ນ ຂໍໃຫ້ສະພາແຫ່ງຊາດ ພິຈາ ລະນາຕາມທາງຄວນ ເພື່ອເປັນບ່ອນອີງໃຫ້ລັດຖະບານສືບຕໍ່ຄົ້ນຄວ້າ.
ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຍັງໄດ້ຊີ້ແຈງການຈັດຕັ້ງປະຕິບັດແຜນການຈັດສັນງົບ ປະມານສຳລັບບັນດາຂະແໜງການ ເປັນຕົ້ນຂະແໜງເສດຖະກິດ, ວັດທະນະທຳ-ສັງຄົມ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ຂະແໜງສິ່ງແວດລ້ອມ ແລະ ຂະແໜງສຶກສາວ່າ: ລັດຖະບານ ໄດ້ຄົ້ນຄວ້າກຳນົດໂຄງປະກອບການລົງທຶນຂອງລັດໃນຂົງເຂດວັດທະນະທຳ-ສັງຄົມໃຫ້ຫລາຍຂຶ້ນ ເນື່ອງຈາກຫລາຍປີຜ່ານມາ ມີບ້ວງເງິນສຳລັບໂຄງການໃໝ່ຫລາຍສົມຄວນ, ແຕ່ນັບແຕ່ປີ 2020 ເປັນຕົ້ນມາ ໂຄງການລົງທຶນຂອງລັດສ່ວນໃຫຍ່ສຸມໃສ່ໂຄງການຊຳລະໜີ້, ໂຄງການສືບຕໍ່ເທົ່ານັ້ນ, ສ່ວນໂຄງການກໍ່ ສ້າງໃໝ່ໄດ້ກໍານົດແຕ່ອັນທີ່ຈຳເປັນ ແລະ ທີ່ພົວພັນກັບຄວາມໝັ້ນຄົງ, ໄພພິບັດເທົ່ານັ້ນ ຈຶ່ງບໍ່ກຳນົດໂຄງປະກອບຕາມຂະແໜງການຄືຜ່ານມາ.

