ລີເວີພູລ ບັນລຸຂໍ້ຕົກລົງຄວ້າ ເກອິຕາ ມາຮ່ວມທີມແລ້ວ

ສະໂມສອນ ລີເວີພູລ ໄດ້ ບັນລຸຂໍ້ຕົກລົງໃນການຄວ້າໂຕ ນາບີ ເກອິຕາ ກອງກາງຄົນ ເກັ່ງຂອງ ອາເບ ໄລຊິກ ຍອດ ທີມແຫ່ງລີກບຸນເດສລີກາ ເຢຍ ລະມັນ ມາຮ່ວມທີມໃນລະດູ ການໜ້າຮຽບຮ້ອຍ.
“ສະກາຍ ສະປອດ” ສື່ ດັງຂອງ ອັງກິດ ເປີດເຜີຍວ່າ ລີເວີພູລ ຈະຈ່າຍຄ່າຈີກສັນຍາ ຈຳນວນ 48 ລ້ານປອນ ຂອງ ເກອິຕາ ເຊິ່ງເປັນສະຖິຕິໃໝ່ ຂອງສະໂມສອນ ໂດຍດາວ ເຕະອາຍຸ 22 ປີ ຈະເດີນທາງ ໄປກວດຮ່າງກາຍໃນວັນຈັນ ຜ່ານມາ ແລະ ຈະກາຍເປັນ ນັກເຕະໃໝ່ຂອງ ລີເວີພູລ ຢ່າງ ເປັນທາງການໃນວັນທີທີ 1 ກໍ ລະກົດ 2018.