ເປີດສະຖິຕິທີ່ໂດດເດັ່ນຂອງ ເອັມບັບເປ ກ່ອນພົບກັບ ອັງກິດ

ເປີດສະຖິຕິ ແລະ ຕົວເລກທີ່ສຸດຍອດຂອງ ຄີລຽນ ເອັມບັບເປ ກອງໜ້າທີມຊາດຝຣັ່ງ ກ່ອນຈະລົງແຂ່ງຂັນກັບ ອັງກິດໃນວັນເສົານີ້ ຫລັງຍິງໄປແລ້ວ 5 ປະຕູ ນຳເປັນດາວຍິງສູງສຸດໃນບານໂລກຕອນນີ້.
ແກເລັດ ເຊົາເກດ ຜູ້ຈັດການທີມຊາດອັງກິດຈະນຳທີມພົບກັບທີມຊາດຝຣັ່ງ ໃນການແຂງຂັນບານໂລກ 2022 ຮອບ 8 ທີມສຸດທ້າຍ ທີ່ປະເທດກາຕ້າ ຄືນວັນເສົາທີ 10 ທັນວານີ້( ຕາມເວລາໃນປະເທດເຮົາ ).
ເກມນີ້ຖືກເບິ່ງວ່າໜ້າຈະມີຄວາມສູສີກັນຢ່າງຫລາຍ ທັງອັງກິດ ແລະ ຝຣັ່ງ ພວມສ້າງຜົນງານໄດ້ຢ່າງສຸດຍອດ ແລະ ມີນັກເຕະຊັ້ນດີຢູ່ໃນທີມຫລາຍຄົນ.
ຫນຶ່ງໃນນັກເຕະທີ່ເຊື່ອວ່າ ແຟນບານຈະຈັບຕາເບິ່ງຢ່າງຫລາຍກໍຄື ຄີລຽນ ເອັມບັບເປ ກອງໜ້າທີມຊາດຝຣັ່ງ ເຊ່ິງນຳເປັນດາວຍິງສູງສຸດໃນເວລານີ້ ຫລັງຍິງໄປແລ້ວ 5 ປະຕູ.
ດາວຍິງອາຍຸ 23 ປີຈາກສະໂມສອນ ປາຣີສ ແຊັງ ແຊັກແມັງ ສ້າງສະຖິຕິ ແລະ ຕົວເລກທີ່ສຸດຍອດໄວ້ຫລາຍຢ່າງໃນບານໂລກ ດັ່ງຫົວຂໍ້ລຸ່ມນີ້.
- ເອັມບັບເປ ມີຄ່າສະເລ່ຍຍິງໃຫ້ ຝຣັ່ງ ຢູ່ທີ່ 0,52 ປະຕູຕໍ່ເກມ ຫລັງຍິງໄປແລ້ວ 33 ລູກຈາກການຮັບໃຊ້ຊາດ 63 ນັດ.
- 9 ປະຕູທີ່ ເອັມບັບເປ ຍິງໄດ້ໃນບານໂລກສອງສະໄຫມ ມາຈາກການລົງຫລິ້ນໄປທັງຫມົດ 11 ນັດ ຄິດເປັນຄ່າສະເລ່ຍຍິງໄດ້ 0,82 ໜ່ວຍຕໍ່ 1 ເກມ.
- ເອັມບັບເປ ຍິງໄດ້ 2 ປະຕູໃນເກມດຽວມາແລ້ວສອງນັດທີ່ພົບກັບ ເດນມາກ ແລະ ໂປແລນ.
- ເອັມບັບເປ ຍິງປະຕູດ້ວຍຕີນຂວາ 4 ໜ່ວຍ ແລະ ອີກ 1 ໜ່ວຍເປັນການເອົາຫົວຕຳ.
- ເອັມບັບເປ ຍິງໄປແລ້ວ 5 ປະຕູໃນບານໂລກ 2022 ນຳເປັນດາວຍິງສູງສຸດ ຂະນະທີ່ຕາມມາຄື 3 ປະຕູທີ່ມີຄົນເຮັດໄດ້ 8 ຄົນ ນອກຈາກນັ້ນລາວຍັງຈ່າຍໃຫ້ຫມູ່ຍິງອີກ 2 ໜ່ວຍ.
- ເອັມບັບເປ ຍິງລວມໃນການຫລິ້ນບານໂລກໄປແລ້ວທັງຫມົດ 9 ປະຕູ ໂດຍທີ່ລົງຫລິ້ນໄປພຽງ 11 ເກມເທົ່ານັ້ນ.
- ເອັມບັບເປ ຍິງໃຫ້ຝຣັ່ງ 16 ປະຕູ ຈາກ 14 ເກມຫລັງສຸດ.
- ເອັມບັບເປ ເປັນນັກເຕະຄົນທຳອິດທີ່ຍິງປະຕູໃນຮອບສຸດທ້າຍຂອງບານໂລກ ເຖິງ 9 ປະຕູກ່ອນທີ່ຈະມີອາຍຸຄົບ 24 ປີ.
- ເອັມບັບເປ ຄອງອັນດັບ 7 ດາວຍິງສູງສຸດທີມຊາດຝຣັ່ງ ຫລັງຍິງໄປແລ້ວ 33 ປະຕູຈາກ 63 ເກມ ຕາມຫລັງ ໂອລີວີເຢ ຊີຣູ 19 ປະຕູ ແຕ່ເຊື່ອວ່າ ໃນອະນາຄົດລາວຈະຂຶ້ນໄປຄອງເບີ 1 ໄດ້ແນ່ນອນ.
- ເອັມບັບເປ ຜ່ານບານຍາວສຳເລັດ 100% ໃນເກມທີ່ຝຣັ່ງ ຊະນະ ໂປແລນ 3-1 ໃນຮອບ 16 ທີມສຸດທ້າຍ.

