ໃນວັນທີ 1 ທັນວາ 2022 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດລາວ ໄດ້ສໍາເລັດການຢ້ຽມຢາມທາງລັດຖະກິດ ຢູ່ ສປ ຈີນ.
ໃນວາລະການຢູ່ຢ້ຽມຢາມ ສປ ຈີນ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ຊຶ່ງໄດ້ຈັດຂຶ້ນຢ່າງສົມກຽດໃນວັນທີ 30 ພະຈິກ 2022 ທີ່ ຫໍສະພາປະຊາຊົນຈີນ ນະຄອນຫຼວງປັກກິ່ງ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ສະຫາຍເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ໄດ້ພົບປະສອງຝ່າຍຢ່າງເປັນທາງການກັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສີ ຈິ້ນຜິງ ໂດຍສອງຝ່າຍ ຕ່າງກໍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ຜົນສຳເລັດຂອງ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ຜົນສຳເລັດ ຂອງກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກກອມມູນິດຈີນ ແລະ ຕ່າງຝ່າຍຕ່າງກໍມີຄວາມປິຕິຊົມຊື່ນ ແລະ ຕີລາຄາສູງ ຕໍ່ໝາກຜົນຂອງພາລະກິດກໍ່ສ້າງສັງຄົມ ນິຍົມ ທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ -ຈີນ ພ້ອມກັນຍາດມາໄດ້ໃນໄລຍະຜ່ານມາ.

ສອງຝ່າຍ ໄດ້ເປັນເອກະພາບກັນຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງເປັນ ຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ- ລາວ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ໜັກແໜ້ນ ເຖິງແມ່ນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ແຕ່ສອງຝ່າຍກໍໄດ້ຮັກສາກົນໄກການພົວພັນ, ປະສານສົມທົບ ແລະ ສະໜັບສະໜູນທາງດ້ານການເມືອງ ຊຶ່ງກັນ ແລະ ກັນ ຢ່າງແໜ້ນແຟ້ນ ຊຶ່ງໄດ້ກາຍ ເປັນທິດນໍາ ໃນການຊຸກຍູ້ໃຫ້ຂະແໜງການຕ່າງໆຂອງສອງຝ່າຍ ມີການຮ່ວມມືນໍາກັນຢ່າງເປັນປົກກະຕິ, ສືບຕໍ່ເກີດດອກອອກຜົນ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະ ຊາຊົນສອງຊາດ ລາວ-ຈີນ. ພ້ອມນີ້ ສະຫາຍເລຂາທິການໃຫຍ່ ຂອງ ສອງພັກ ໄດ້ຢ້ຽມຊົມການວາງສະແດງ ບັນດາເອກະສານຮ່ວມມືສອງຝ່າຍ ທີ່ກວມເອົາການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ, ກະສິກຳ, ການສຶກສາ, ເຕັກໂນໂລຊີການສື່ສານ, ສື່ມວນຊົນ ແລະ ອື່ນໆ ຈຳນວນ 20 ກວ່າສະບັບ ທີ່ໄດ້ຮ່ວມລົງນາມກັນ ໃນໂອກາດຢ້ຽມຢາມທາງລັດຖະກິດ ໃນຄັ້ງນີ້ ແລະ ຖະແຫຼງການຮ່ວມ 1 ສະບັບ.

ໃນໂອກາດການເຄື່ອນໄຫວ ຢ້ຽມຢາມທາງລັດຖະກິດ ຢູ່ ສປ ຈີນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຫຼີ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ແລະ ສະຫາຍ ຫຼີ້ ຈ້ານຊູ ປະທານສະພາປະຊາຊົນທົ່ວປະເທດຈີນ ທີ່ ຫໍສະພາປະຊາຊົນ, ນະຄອນຫຼວງປັກກິ່ງ ແລະ ໃນວັນທີ 1 ທັນວາ 2022, ໃນການສືບຕໍ່ເຄື່ອນໄຫວຢ້ຽມຢາມທາງລັດຖະກິດ ຢູ່ ສປ ຈີນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຫວາງ ຢາງ ປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ ທີ່ຫໍສະພາປະຊາຊົນ. ພາຍຫຼັງສໍາເລັດການພົບປະ, ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຊົມ ຫໍວາງສະແດງມູນເຊື້ອປະຫວັດສາດ ຂອງ ພັກກອມມູນິດຈີນ ຊຶ່ງເປັນຫໍວາງສະແດງ ແບບຖາວອນ ແຫ່ງທໍາອິດຂອງຈີນ ທີ່ ສະ ຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ເປັນຜູ້ຊີ້ນໍາສ້າງຂຶ້ນ ທີ່ມີເອກກະລັກສະເພາະ, ອັນໄດ້ສະແດງໃຫ້ເຫັນເຖິງ ການກໍາເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອອັນຍິ່ງໃຫຍ່ຂອງພັກກອມມູນິດຈີນ ຕະຫຼອດໄລຍະ 100 ກວ່າປີ ຜ່ານມາ.
ໃນວັນດຽວກັນ, ມະຫາວິທະຍາໄລຊົນເຜົ່າ ເຂດປົກ ຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ຍັງໄດ້ຈັດພິທີມອບປະກາສະນີຍະບັດ ປະລິນຍາເອກກິດຕິມະສັກ ສາຂາ ພາສາ ແລະ ວັນນະຄະດີຕ່າງປະເທດ ໃຫ້ ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ. ການຢ້ຽມຢາມທາງລັດຖະກິດ ສປ ຈີນ ຂອງ ສະຫາຍເລຂາທິການໃຫຍ່ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະ ໃນຄັ້ງນີ້ ມີເນື້ອໃນທີ່ເລິກເຊິ່ງ, ອຸດົມສົມບູນ, ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ມີຜົນສໍາເລັດຢ່າງຈົບງາມ; ຄະນະຜູ້ແທນລາວ ໄດ້ເດີນທາງກັບຄືນ ສປປ ລາວ ໃນຕອນແລງຂອງວັນທີ 1 ທັນວາ 2022 ດ້ວຍຄວາມສະຫວັດດີພາບ.
ຂ່າວ-ພາບ:ຂັນໄຊ