ເກນຢາບັງຄັບໃຊ້ກົດໝາຍ ຫ້າມໃຊ້ຖົງປາລາສະຕິກ
ກົດໝາຍຫ້າມໃຊ້ຖົງປາລາສະຕິກຢູ່ເກນຢາມີຜົນບັງຄັບໃຊ້ແລ້ວ ຜູ້ໃດຝ່າຝືນອາດຕ້ອງຮັບໂທດຈຳຄຸກເຖິງ 4 ປີ ແລະ ປັບໄໝ 38.000 ໂດລາສະຫະລັດ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງໄນໂຣບີ ປະເທດເກນຢາ ໃນວັນທີ 29 ສິງຫານີ້ວ່າ: ສຳນັກງານບໍລິຫານຈັດການສິ່ງແວດລ້ອມແຫ່ງຊາດຂອງເກນຢາ (ນີມາ) ອອກຖະແຫລງການວ່າ: ກົດໝາຍຫ້າມໃຊ້ຖົງປາລາສະຕິກມີຜົນບັງຄັບໃຊ້ທົ່ວປະເທດແລ້ວນັບແຕ່ວັນທີ 28 ສິງຫານີ້ ໂດຍຫ້າມການຜະລິດ, ການໃຊ້ ແລະ ການຈັດຈຳໜ່າຍຖົງປາລາສະຕິກ, ຜູ້ທີ່ຝ່າຝືນອາດຕ້ອງຮັບໂທດຈຳຄຸກສູງສຸດເປັນເວລາ 4 ປີ ແລະ ປັບໄໝເປັນເງິນອີກ 38.000 ໂດລາສະຫະລັດ. ຖືເປັນປະເທດຫລ້າສຸດໃນທະວີບອາຟຣິກາທີ່ບັງຄັບໃຊ້ກົດໝາຍດັ່ງກ່າວ ນອກຈາກກາເມີຣຸນ, ກິເນ-ບິດຊາວ, ມາລີ, ຕັງຊານີ, ອູກັນດາ, ເອທິໂອປີ, ໂມຣິຕານີ ແລະ ມາລາວີ.
ທັງນີ້, ລັດຖະບານເກນຢາເຄີຍຕ້ອງການໃຫ້ກົດໝາຍຫ້າມໃຊ້ຖົງປາລາສະຕິກມີຜົນບັງຄັບໃຊ້ນັບແຕ່ເດືອນກຸມພາຜ່ານມາ, ແຕ່ຫລຸດຜ່ອນໃຫ້ສູງສຸດ 180 ວັນ ເພື່ອໃຫ້ຜູ້ຜະລິດ ແລະ ຜູ້ບໍລິໂພກໄດ້ມີໂອກາດກຽມຄວາມພ້ອມ ທ່າມກາງຄວາມກັງວົນໃນຕະຫລາດແຮງງານ. ເຖິງຢ່າງໃດກໍຕາມ, ກະຊວງສິ່ງແວດລ້ອມ ແລະ ກະຊວງແຮງງານຂອງເກນຢາຢືນຢັນວ່າ: ລັດຖະບານມີມາດຕະການຮອງຮັບແລ້ວ ເພື່ອສ້າງວຽກໃໝ່ໃຫ້ປະຊາຊົນໃນການຜະລິດຕະພັນທີ່ເປັນມິດຕໍ່ສິ່ງແວດລ້ອມ.
ສ່ວນໂຄງການສິ່ງແວດລ້ອມແຫ່ງສະຫະປະຊາຊາດ (UNEP) ອອກຖະແຫລງການຍ້ອງຍໍການອອກກົດໝາຍຂອງເກນຢາໃນເລື່ອງນີ້ວ່າ: ເປັນບາດກ້າວສຳຄັນໃນການບັນເທົາການເກີດມົນລະພິດຈາກການກຳຈັດຂີ້ເຫຍື້ອປາລາສະຕິກ ໂດຍລາຍງານຂອງ UNEP ຕີລາຄາການເກີດຂີ້ເຫຍື້ອປາລາສະຕິກຢູ່ເກນຢາສູງເຖິງປີລະ 100 ລ້ານຖົງ.

