ເຢຍລະມັນ-ຄອສຕາຣິກາ ໃຊ້ກຳມະການຍິງຍົກຊຸດ ໃນບານໂລກ 2022 ຄັ້ງທຳອິດ

ບານໂລກ 2022 ຈະຂຽນປະຫວັດສາດໃຫມ່ ທີ່ຈະໃຊ້ກຳມະການຍິງລົງຕັດສິນຍົກຊຸດຄັ້ງທຳອິດ.
ປະຫວັດສາດໜ້າໃຫມ່ໃນການແຂ່ງຂັນບານໂລກ ຮອບສຸດທ້າຍໄດ້ເກີດຂຶ້ນແລ້ວ ເມື່ອເກມບານໂລກ 2022 ຮອບທຳອິດ ນັດທີ 3 ກຸ່ມ E ລະຫວ່າງ ເຢຍລະມັນ ກັບ ຄອສຕາຣິກາ ທີ່ສະໜາມ ເບ ໃນວັນທີ 1 ທັນວາ 2022 ຈະຖືກຈາລຶກວ່າເປັນບານໂລກເກມນັດທຳອິດທີ່ໃຊ້ຜູ້ຕັດສິນ ຍິງລົງເຮັດໜ້າ ທີ່ພ້ອມກັນແບບຍົກຊຸດເກມທຳອິດ.
ສະເຕຟານີ ແຟຣບປາ ຜູ້ຕັດສິນຊາວຝຣັ່ງ ຈະເຮັດໜ້າທີ່ເປັນຜູ້ຕັດສິນທີ 1 ໃນສະໜາມ ຂະນະທີ່ ຜູ້ຊ່ວຍອີກ 2 ຄົນຄື ນູຊາ ແບັກ ຈາກບຣາຊິລ ແລະ ຄາເຣນ ດີອາສ ຈາກເມັກຊີໂກ ໂດຍກ່ອນໜ້ານີ້ ແຟຣບປາ ເຄີຍເຮັດໜ້າທີ່ຕັດສິນທີ 4 ໃນເກມຮອບທຳອິດ ນັດທຳອິດ ກຸ່ມ C ລະຫວ່າງໂປແລນ ກັບ ແມັກຊີໂກ ເມື່ອ 22 ພະຈິກມາແລ້ວ.
ນອກຈາກນັ້ນ ແຟຣບປາ ອາຍຸ 38 ປີ ຍັງເຄີຍສ້າງປະຫວັດສາດເປັນກຳມະການຍິງຄົນທຳອິດທີ່ໄດ້ລົງເຮັດໜ້າທີ່ໃນບານໂລກຊາຍ ຮອບຄັດເລືອກ ເມື່ອເດືອນມີນາ ທີ່ຜ່ານມາ ແລະ ເປັນຜູ້ຍິງຄົນທຳອິດທີ່ລົງເປ່ົາໃນຢູຟາ ແຊ໊ມປຽນລີກ ເມື່ອປີ 2022 ນຳອີກ ຂະນະດຽວກັນ ຊາລິມາ ມູກັນຊາກາ ຈາກວັນດາ ແລະ ຢາມາຊິຕະ ໂຢຊິມິ ຈາກຍີ່ປຸ່ນ ກໍເປັນຜູ້ຕັດສິນອີກ 2 ຄົນ ທີ່ເດີນທາງມາເຮັດໜ້າທີ່ທີ່ ກາຕ້າ ເຊ່ັນດຽວກັນ.

