ການປຸ້ນຊັບ-ຊີງຊັບຢູ່ໃນນະຄອນຫລວງວຽງຈັນ ຍັງເປັນບັນຫາພົ້ນເດັ່ນທີ່ຕ້ອງຮີບດ່ວນແກ້ໄຂ

ວັນທີ 23 ພະຈິກ 2022, ທ່ານ ພັອ ອຸບົນ ຈຸນລະມະນີ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫລວງງວຽງຈັນ ຫົວໜ້າຫ້ອງຕໍາຫລວດ ລາຍງານວ່າ: ປັດຈຸບັນສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ນະຄອນຫລວງງວຽງຈັນ ຍັງເປັນບັນຫາທີ່ພົ້ນເດັ່ນ ໂດຍສະເພາະການປຸ້ນຊັບ-ຊີງຊັບ, ງັດແງະ-ລັກຊັບ ພົ້ນເດັ່ນແມ່ນການລັກລົດຈັກເກີດຂຶ້ນເປັນລາຍວັນ ເຫັນວ່າມີລັກສະນະເພີ່ມຂຶ້ນ ຫລື ຫລຸດລົງໃນບາງຄັ້ງຄາວ ຍ້ອນກຸ່ມຄົນບໍ່ດີຈຳນວນໜຶ່ງຍັງສືບຕໍ່ເຄື່ອນໄຫວສ້າງຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ດ້ວຍຫລາຍຮູບແບບຫລາຍວິທີການ, ຫລາຍເລ້ລ່ຽມແບບແນບນຽນ ແລະ ມີການເຄື່ອນໄຫວກໍ່ການກະທຳຜິດເປັນຕ່ອງໂສ້, ເປັນກຸ່ມແກ້ງ ຫລື ເປັນລາຍບຸກຄົນ.

ໃນນີ້, ບາງກຸ່ມຍັງໄດ້ນໍາໃຊ້ພາຫານະເຄື່ອງມືອຸປະກອນ-ອາວຸດປະເພດລົດຈັກບໍ່ຕິດປ້າຍທະບຽນ ຫລື ປ້າຍປອມຂີ່ຊ້ອນກັນ ແລ້ວຊອກຫາເຍື່ອເມື່ອພວກເຂົາມີໂອກາດ, ຊ່ອງຫວ່າງກໍ່ລົງມືກໍ່ເຫດປຸ້ນຊັບ-ຊີງຊັບຂອງບຸກຄົນ ນັບທັງຄົນລາວ ຫລື ຄົນຕ່າງປະເທດ ແລະ ລັກເອົາລົດຈັກຂອງພົນລະເມືອງທີ່ຈອດໄວ້ສະຖານທີ່ຕ່າງໆ ຫລື ໃຊ້ອາວຸດນາບຂູ່ໃຊ້ຄວາມຮຸນແຮງເພື່ອຍາດຊີງເອົາຊັບ ແລະ ຈຳນວນໜຶ່ງກໍນຳໃຊ້ເຄື່ອງມືອຸປະກອນເຂົ້າງັດເເງະລັກຊັບຕາມບໍລິສັດ, ສໍານັກງານອົງການ ແລະ ເຮືອນປະຊາຊົນ ເມື່ອສຳເລັດແລ້ວກໍເອົາໂຕຫລົບໜີໄປລີ້ຊ່ອນຢູ່ຕ່າງເມືອງ, ຕ່າງແຂວງເພື່ອຫລີກລ່ຽງການຈັບກຸມຂອງເຈົ້າໜ້າທີ່.
ຕໍ່ບັນຫາດັ່ງກ່າວ, ເຈົ້າໜ້າທີ່ຫ້ອງຕຳຫລວງດ ປກສ ນະຄອນຫລວງງວຽງຈັນ ໄດ້ສຸມໃສ່ແກ້ໄຂຕາມຄຳສັ່ງວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂສະພາບປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສົມທົບກັບກອງບັນຊາການ ປກສ 9 ເມືອງ, ປກສ ກຸ່ມ ແລະ ພະນັກງານກໍ່ສ້າງຮາກຖານ ເພື່ອສ້າງແຜນມ້າງ ແລະ ແກ້ໄຂສະພາບປະກົດການຫຍໍ້ທໍ້ ໂດຍອອກເຄື່ອນໄຫວກວດກາລາດຕາເວນຕາມຈຸດຫລໍ່ແຫລມ, ເສັ້ນທາງສ່ຽງ. ນອກນັ້ນ, ຍັງໄດ້ຂຶ້ນບັນຊີເປົ້າໝາຍ, ໄລ່ຊອກໄລ່ຈັບ ພ້ອມທັງກວດກາຄົນພັກເຊົາ, ຄົນເຂົ້າ-ອອກຕາມສະຖານທີ່ອື່ນໆເພື່ອຮັບປະກັນ ແລະ ຫລຸດຜ່ອນບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃຫ້ນັບມື້ຫລຸດໜ້ອຍຖອຍລົງຕາມລໍາດັບ.

