ຄອບຄົວການນຳຂັ້ນສູງ ມອບເຄື່ອງຊ່ວຍເຫລືອໂຮງຮຽນ ແລະ ຜູ້ທຸກຍາກດ້ອຍໂອກາດ ຢູ່ແຂວງສາລະວັນ ລວມມູນຄ່າຫລາຍກວ່າ 200 ລ້ານກີບ

ວັນທີ 26 ພະຈິກ 2022 ຄອບຄົວບັນດາການນຳຂັ້ນສູງ, ອົງການຈັດຕັ້ງສະຫະພັນແມ່ຍິງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຊິ່ງນຳໂດຍທ່ານ ນາງ ວຽງເງິນ ໄຂຄຳພິທູນ, ພັນລະຍາຂອງທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ແລະ ອົງການປົກຄອງແຂວງສາລະວັນ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ໄປມອບຊ່ວຍເຫລືອປະຊາຊົນ ແລະ ນັກຮຽນທີ່ທຸກຍາກ-ດ້ອຍໂອກາດ ຢູ່ແຂວງສາລະວັນ.

ເຄື່ອງທີ່ນຳໄປມອບຊ່ວຍເຫລືອໃນຄັ້ງນີ້ ປະກອບມີເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງນຸ່ງຫົ່ມ, ອາຫານການກິນ, ເຄື່ອງມືອອກແຮງງານ ທຳການຜະລິດ ແລະ ອື່ນໆ ເຊິ່ງລວມມູນຄ່າທັງໝົດ 200 ກວ່າລ້ານກີບ ໂດຍໄດ້ນຳໄປມອບໃຫ້ປະຊາຊົນຜູ້ທຸກຍາກ ຢູ່ບ້ານພ້າວ ເມືອງສາລະວັນ, ບ້ານຕຸ້ມລານ ເມືອງຕຸ້ມລານ ແລະ ນັກຮຽນທຸກຍາກ-ດ້ອຍໂອກາດ ຢູ່ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງສາລະວັນ.

ໂອກາດນີ້, ພັນລະຍາຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມເປັນຫ່ວງເປັນໃຍ ຕໍ່ສະພາບຊີວິດການເປັນຢູ່ຂອງເຂົາເຈົ້າ ແລະ ຖາມເຖິງ ຂໍ້ສະດວກ ແລະ ຄວາມຫຍຸ້ງຍາກຕ່າງໆ, ພ້ອມທັງ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ອົງການປົກຄອງທຸກຂັ້ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ເອົາໃຈໃສ່ ຕໍ່ການພັດທະນາທ້ອງຖິ່ນ ກໍ່ຄືບ້ານຊ່ອງ ແລະ ໂຮງຮຽນຂອງຕົນ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ລູກຫຼານນັກຮຽນ ນັບມື້ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ. ພ້ອມທັງ ເນັ້ນໃຫ້ປະຊາຊົນ ສືບຕໍ່ຮັກສາມູນເຊື້ອອັນດີງາມຂອງທ້ອງຖິ່ນຕົນ ໃຫ້ມີຄວາມຍືນຍົງ ເປັນຕົ້ນມູນເຊື້ອຄວາມສາມັກຄີຮັກແພງ ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ມູນເຊື້ອດ້ານຫັດຖະກຳ ສີໄມ້ລາຍມື ທີ່ເປັນເອກະລັກຂອງບັນດາເຜົ່າ, ຮີດຄອງປະເພນີອັນດີງາມ ແລະ ອື່ນໆ.

ນອກຈາກນັ້ນ, ທ່ານຍັງໄດ້ເນັ້ນໃຫ້ຄູອາຈານ ພ້ອມກັນເອົາໃຈໃສ່ ສືບຕໍ່ປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນໃຫ້ມີຜົນສຳເລັດຕາມພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ ໂດຍສະເພາ ການປະຕິບັດຫລັກສູດການຮຽນ-ການສອນ ຕະຫລອດຮອດການເຄື່ອນໄຫວກິດຈະກໍາຕ່າງໆ ທີ່ປິ່ນອ້ອມຢ່າງເປັນລະບົບ, ມີປະສິດທິພາບ ແລະ ປະສິດທິຜົນ.