ເຈົ້າເມືອງເມືອງແປກ ຢຶນຢັນ ຊຽງຂວາງເກມ ມີສະບຽງອາຫານພຽງພໍຕໍ່ການບໍລິໂພກ

ມະຫະກຳກິລາແຫ່ງຊາດຄັ້ງທີ XI (ຊຽງຂວາງເກມ 2022) ທີ່ຈະຈັດຂຶ້ນໃນເດືອນໜ້າ, ເຈົ້າພາບແຂວງຊຽງຂວາງ ມີຄວາມພ້ອມຮອບດ້ານ ໂດຍສະເພາະສະບຽງອາຫານເປັນຕົ້ນ ເຂົ້າ, ໝາກໄມ້, ພືດ-ຜັກທັນ ຍາຫານ ແລະ ອື່ນໆ ຖືວ່າພໍຕາມຄວາມຕ້ອງການຂອງມວນຊົນກໍຄືທັບນັກກິລາບັນດາແຂວງ ແລະ ແຂກພາຍໃນ ແລະ ຕ່າງປະເທດ ທີ່ຈະເຂົ້າມາທ່ຽວຊົມ.
ທ່ານ ກົງທະນູ ອຸ່ນສະຫວັນ ເຈົ້າເມືອງເມືອງແປກ ແຂວງຊຽງຂວາງ ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ມາຮອດປັດຈຸບັນ ແຂວງຊຽງຂວາງ ມີຄວາມພ້ອມຈັດມະຫະກຳກິລາແຫ່ງຊາດຄັ້ງທີ XI ແລ້ວ 100%. ຂະ ນະທີ່ສະບຽງອາຫານເພື່ອສະໜອງໃຫ້ແກ່ມວນຊົນກໍຄືທັບນັກກິລາບັນດາແຂວງ ແລະ ແຂກພາຍໃນ ແລະ ຕ່າງປະເທດທີ່ຈະເຂົ້າມາທ່ຽວຊົມ ກໍພຽງພໍຕາມຄວາມຕ້ອງການບໍລິໂພກ ເປັນຕົ້ນ ຊີ້ນ, ປາ, ໄຂ່, ພືດຜັກ ໝາກໄມ້… ແນວໃດກໍດີ, ພວກເຮົາຍັງຕ້ອງນຳອາຫານຈາກພາຍນອກເຂົ້າມາຕື່ມເຊັ່ນ ອາຫານທະເລແລະ ໝາກໄມ້ຈຳນວນໜຶ່ງໂດຍສະເພາະໝາກກ້ວຍ, ໝາກກ້ຽງ, ສ່ວນໝາກໄມ້ຊະນິດອື່ນ ກໍຍັງທັນພຽງພໍຕາມຄວາມຕ້ອງການຂອງຜູ້ບໍລິໂພກ ຊຶ່ງສະຫລຸບແລ້ວຕ້ອງໄດ້ນຳເຂົ້າທັງອາຫານ ແລະ ໝາກໄມ້ຈຳນວນໜຶ່ງ.

