ສຳເລັດການຍິງເປົ້າໝາຍປືນແທ້ ໂດຍໃຊ້ປືນໃຫຍ່ໜ້າດິນ 130 ມມ, 152 ມມ, ເບແອັມ-21 (BM-21) ແລະ ເດກາເບ (DKB).

ວັນທີ 18 ພະຈິກ 2022, ກອງພັນໃຫຍ່ 605 ໄດ້ສຳເລັດການຈັດຕັ້ງປະຕິບັດຍິງເປົ້າໝາຍ ດ້ວຍລູກປືນແທ້ ປະຈຳປີ 2022, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງແກ້ວ ວົງພິລາ ຫົວໜ້າກົມປືນໃຫຍ່ໜ້າດິນ ກົມໃຫຍ່ເສນາທິການກອງທັບ, ມີ ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ສະຫາຍ ພັນເອກ ປະເສີດທ່ຽງທຳ ຫົວໜ້າການທະຫານ ກອງພັນໃຫຍ່ 605 ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ.
ການຍິງເປົ້າໝາຍດ້ວຍລູກປືນແທ້ຄັ້ງນີ້, ເພື່ອເປັນການຍົກລະດັບຄວາມສາມາດໃນການຈັດຕັ້ງປະຕິບັດການນຳພາ-ຊີ້ນຳ ຂອງຄະນະແຕ່ລະຂັ້ນ ແລະ ປະຕິບັດການຊ້ອມຮົບໃຫ້ພະນັກງານ-ນັກຮົບ ທີ່ເຂົ້າຮ່ວມເພື່ອເປັນການທົບທວນຄືນດ້ານທິດສະດີຫຼັກການ ແລະ ພາກປະຕິບັດຕົວຈິງ ໃຫ້ມີຄວາມຊຳນານໃນການກຽມ ພ້ອມເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຫັດແອບຍິງຈັບເປົ້າໝາຍ, ທຳລາຍເປົ້າໝາຍດ້ວຍລູກປືນແທ້, ເຊິ່ງໄດ້ນຳໃຊ້ປືນໃຫຍ່ໜ້າດິນ 130 ມມ, 152 ມມ, ເບແອັມ-21 (BM-21) ແລະ ເດກາເບ (DKB).
ທັງນີ້, ເພື່ອເປັນການປັບປຸງແບບແຜນກຳລັງແຮງກາຍຂອງພະນັກງານ-ນັກຮົບ ທັງເປັນການຍົກລະດັບຄວາມຮູ້, ຄວາມ ສາມາດໃຫ້ນາຍ ແລະ ພົນທະ ຫານ ໄດ້ຮັບຮູ້ ແລະ ເຂົ້າໃຈດ້ານສິລະປະຍຸດ-ຍຸດທະວິທີໃນການຈັດຕັ້ງປະຕິບັດທຳລາຍເປົ້າໝາຍ ແລະ ການນຳໃຊ້ອາວຸດກະສູນ ເຂົ້າໃນໜ້າທີ່ວຽກງານຕົວຈິງຂອງກົມກອງ ສາມາດເຮັດສຳ ເລັດໜ້າທີ່ຕາມແຜນການ ແລະ ຄາດໝາຍທີ່ວາງໄວ້.

