ເປີດໂຕ The New RANGE ROVER SPORT ຮູບໂສມໃໝ່ ຮຸ່ນປີ 2023 ຢ່າງເປັນທາງການ

ວັນທີ 17 ພະຈິກ 2022 ຜ່ານມານີ້ ຈາກົວ ແລນໂຣເວີ ລາວ ຕົວແທນຈຳໜ່າຍລົດ ຈາກົວ ແລະ ແລນໂຣເວີ ຜູ້ດຽວໃນ ສ.ປ.ປ. ລາວ ໄດ້ເປີດໂຕ ຮູບໂສມໃໝ່ The New RANGE ROVER SPORT ຮຸ່ນປີ 2023 ຢ່າງຍິ່ງໃຫຍ່ ໂດຍມີແຂກກິດຕິມະສັກຈາກຫຼາຍພາກສ່ວນເຂົ້າຮ່ວມ.
ກ່າວເປີດງານ ໂດຍທ່ານ Wayne McIntosh, ກຳມະການຜູ້ຈັດການດ້ານລົດຍົນ ແລະ ທ່ານ Biju Narayanan, ຜູ້ອຳນວຍການ ຈາກົວ ແລນໂຣເວີ ລາວ.
The New RANGE ROVER SPORT ນິຍາມໃໝ່ຂອງຄວາມຫຼູຫຼາແບບສະປອດ, ເປັນຮຸ່ນທີ 3 ຂອງ RANGE ROVER SPORT ທີ່ໄດ້ຮັບຄວາມສົນໃຈ ແລະ ເປັນທີ່ຕ້ອງການຫຼາຍທີ່ສຸດໃນຕອນນີ້, ການອອກແບບທີ່ລໍ້າສະໄໝ, ມີຄວາມສະດວກສະບາຍໃນການເຊື່ອມຕໍ່ກັບເຕັກໂນໂລຊີໃນປັດຈຸບັນ.
ຄວາມສາມາດໃນການຂັບຂີ່ໄດ້ຢ່າງຄ່ອງໂຕ, ມາພ້ອມກັບໜ້າຈໍສຳພັດ Pivi Pro ຂະໜາດກວ້າງເຖິງ 13.1 ນິ້ວ, ມີລະບົບ Active Noise Cancellation ຊ່ວຍຕັດສຽງລົບກວນຈາກພາຍນອກ ເພື່ອໃຫ້ທ່ານເພີດເພີນໄປກັບການຂັບຂີ່.
ນອກນັ້ນ, The New RANGE ROVER SPORT ຍັງມາພ້ອມກັບ Cabin Air Purification Pro ທີ່ນໍາໃຊ້ເຕັກໂນໂລຊີ Nanoe X ໃນການຊ່ວຍປົກປ້ອງທ່ານຈາກຝຸ່ນ PM 2.5, ແບັກທີເຣຍ ແລະ ລວມໄປເຖິງໄວຣັສ Covid-19.
ສຳລັບບັນດາທ່ານທີ່ສົນໃຈ The New Range Rover Sport ສາມາດເຂົ້າມາສຳຜັດລົດຕົວຈິງ ແລະ ຈອງທົດລອງຂັບໄດ້ແລ້ວມື້ນີ້ ທີ່ຫ້ອງຂາຍ ຈາກົວ ແລນໂຣເວີ ລາວ.
ສະຖານທີ່ຕັ້ງຢູ່: ຖະໜົນກຳແພງເມືອງ, ບ້ານ ໂພນທັນ, ເມືອງ ໄຊເຊດຖາ, ນະຄອນຫຼວງວຽງຈັນ.
ສອບຖາມຂໍ້ມູນເພີ່ມເຕີມໂທ: +85620 58888197.
Facebook: https://www.facebook.com/LandRoverLaos
ສຶກສາຂໍ້ມູນລົດເພີ່ມເຕີມໄດ້ທີ່: https://www.landroverlaos.com/vehicles/new-range-rover-sport/overview

