ຢໍໂຄວິດ ສ້າງສະຖິຕິຄວ້າແຊ໊ມເອທີພີໄຟນອລ ຫລາຍທີ່ສຸດ 6 ສະໄຫມ

ໂນວັກ ຢໍໂຄວິດ ຍັງເກ່ັງຕໍ່ເນື່ອງ ເມື່ອເອົາຊະນະ ແຄສເປີ ຣຸດ 2 ເຊັດລວດ ຄວ້າແຊ໊ມ ເອທີພີ ໄຟນອລ ໄປຄອງໄດ້ຫລາຍທີ່ສຸດເຖິງ 6 ສະໄຫມ.
ການແຂ່ງຂັນເທັນນິສ ເອທີພີ ເວີນ ທົວ ລາຍການ ເອທີພີ ໄຟນອລ ທີ່ເມືອງຕູຣິນ ປະເທດອິຕາລີ ເມື່ອວັນອາທິດທີ່ຜ່ານມາ ເປັນການແຂ່ງຂັນໃນປະ ເພດຊາຍດ່ຽວ ຮອບຊີງຊະນະເລີດ ຜົນປາກົດວ່າ ໂນວັກ ຢໍໂຄວິດ ມື 7 ຂອງລາຍການຈາກເຊີເບຍ ຍັງຄົງໂຊຟອມໄດ້ຢ່າງຮ້ອນແຮງ ຫລັງເອົາຊະນະ ແຄສເປີ ຣຸດ ມື 3 ຈາກນໍເວ 2 ເຊັດລວດ 7-5, 6-3 ຄວ້າແຊ໊ມໄປຄອງໄດ້ຢ່າງງົດງາມ.
ຈາກການຄວ້າແຊ໊ມຄັ້ງນີ້ເຮັດໃຫ້ ຢໍໂຄວິດ ສ້າງສະຖິຕິຄວ້າແຊ໊ມ ເອທີພີ ໄຟນອລ ໄປຄອງໄດ້ຫລາຍທີ່ສຸດເຖິງ 6 ສະໄຫມເທົ່າກັບ ໂຣເຈີ ເຟເດີເຣີ ຕຳນານນັກເທນນິສຊາວສະວິດ ນອກຈາກນີ້ຍັງເປັນການຫວນກັບມາຄວ້າແຊ໊ມລາຍການນີ້ໄດ້ເປັນຄັ້ງທຳອິດນັບຕັ້ງແຕ່ປີ 2015 ຂອງຍອດນັກ ເທນນິສຈາກເຊີເບຍ ນຳອີກ.

