ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ໄດ້ປິດລົງດ້ວຍຜົນສຳເລັດອັນຈົບ ງາມ ພາຍຫລັງໄຂຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 17-18 ພະຈິກ 2022 ໂດຍການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາສະຫາຍຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ສະຫາຍຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ບັນດາສະຫາຍກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ກໍາມະການສູນກາງພັກ, ເລ ຂາຄະນະພັກ ກະຊວງ, ອົງການ, ແຂວງ, ບັນດາສະຫາຍຮອງເລຂາຄະນະພັກ, ຄະນະປະຈໍາພັກ ຜູ້ຊີ້ນໍາວຽກງານ ພັກ-ພະນັກງານ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ນະຄອນຫລວງວຽງຈັນ, ບັນດາສະຫາຍທີ່ເຮັດວຽກໂຄສະ ນາ-ອົບຮົມ ຂອງກະຊວງ ແລະ ອົງການກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຖະແຫລງຜົນສຳເລັດຂອງກອງປະຊຸມ ດັ່ງກ່າວ, ໂດຍມີບາງຕອນໃຫ້ຮູ້ວ່າ: ກອງປະ¬ຊຸມໃນຄັ້ງນີ້ ດໍາເນີນພາຍໃຕ້ຫົວຂໍ້: “ເພີ່ມທະວີການນໍາພາຂອງພັກ, ສ້າງການຫັນ ປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ວຽກງານການເມືອງ-ແນວຄິດ, ທິດສະດີ ຂອງພັກ ເຂົ້າສູ່ຄຸນນະພາບໃໝ່” ກອງປະຊຸມໄດ້ຮັບຟັງການລາຍງານ, ຄົ້ນຄວ້າປຶກສາຫາລື, ປະ ກອບຄໍາເຫັນຢ່າງພາວະວິໄສ ບົນຈິດໃຈແຫ່ງການຍົກສູງຄວາມຮັບຜິດຊອບການເມືອງ ຂອງບັນດາສະຫາຍຜູ້ ແທນກອງປະຊຸມ ແລະ ຕົກລົງ ບັນຫາສໍາຄັນ ເປັນຕົ້ນ ກອງປະຊຸມ ໄດ້ຮັບຟັງບົດສະຫລຸບຕີລາຄາສະພາບວຽກ ງານການເມືອງ-ແນວຄິດ ແຕ່ປີ 2003 ເຖິງປັດຈຸບັນ, ກອງປະຊຸມໄດ້ຊີ້ໃຫ້ເຫັນວ່າ ໃນສອງທົດສະວັດ ຂອງຕົ້ນສະ ຕະວັດທີ 21 ນີ້ ໂລກໄດ້ຜ່ານຫລາຍເຫດການທີ່ສໍາຄັນ ທາງດ້ານການເມືອງ, ເສດຖະກິດ-ສັງຄົມ, ຄວາມໝັ້ນຄົງ, ຄວາມກ້າວໜ້າດ້ານເຕັກນິກ-ເຕັກໂນໂລຊີ, ນະວັດຕະກໍາ, ໄພທໍາມະຊາດ, ການລະບາດ ຂອງພະຍາດໂຄວິດ-19 ແລະ ອື່ນໆ, ໄດ້ສ້າງການປ່ຽນແປງທີ່ເລິກເຊິ່ງ ແລະ ກ້າວກະໂດດ ໃນຊີວິດຂອງມວນມະນຸດ ເຊິ່ງໄດ້ສົ່ງຜົນກະທົບ ທັງດ້ານຕັ້ງໜ້າ ແລະ ຫຍໍ້ທໍ້ຕໍ່ແນວຄິດ, ຈິດຕະສາດ ຕໍ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ຂອງພວກເຮົາ ແຕ່ພາຍໃຕ້ການນໍາພາຊີ້ນໍາ ຂອງສູນກາງພັກ, ຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບ ຂອງຄະນະພັກແຕ່ລະ ຂັ້ນ ກໍຄື ມູນເຊື້ອຄວາມສາມັກຄີ, ນໍ້າໃຈຮັກຊາດ, ຄວາມເປັນເຈົ້າ ຂອງປະຊາຊົນລາວບັນດາເຜົ່ານັ້ນ ພາລະກິດປະ ຕິວັດຂອງພັກເຮົາ ໃນການນໍາພາປະຕິບັດສອງໜ້າທີ່ຍຸດທະສາດ ສືບຕໍ່ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ເຕີບ ໃຫຍ່ຂະຫຍາຍຕົວຂຶ້ນ ຢ່າງບໍ່ຢຸດຢັ້ງ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ມີຄວາມເຊື່ອໝັ້ນຕໍ່ ການນໍາພາ ຂອງພັກ, ມີຄວາມເປັນເອກະພາບສູງ ຕໍ່ແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫລັກການຂອງພັກ, ຈົງຮັກພັກດີຕໍ່ພັກ, ຕໍ່ອຸດົມການສັງຄົມນິຍົມ ແລະ ລະບອບປະຊາທິປະໄຕປະຊາຊົນ, ມີຄວາມສາມັກຄີເປັນປຶກ ແຜ່ນ ຢູ່ອ້ອມຂ້າງພັກ, ໃຫ້ການສະໜັບສະໜູນ ແລະ ຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ ຂອງພັກ, ນະ ໂຍບາຍ ແລະ ກົດໝາຍ ຂອງລັດ ຢ່າງເປັນຂະບວນກວ້າງຂວາງ.
ກອງປະຊຸມ ໄດ້ຮັບຮອງເອົາການຖອດຖອນບົດຮຽນ ແຫ່ງພຶດຕິກໍາຕົວຈິງໃນວຽກງານການເມືອງ-ແນວ ຄິດບາງປະການ ແລະ ເພື່ອສືບຕໍ່ເສີມຂະຫຍາຍໝາກຜົນ ໃນການນໍາພາຊີ້ນໍາວຽກງານການເມືອງ-ແນວຄິດ ໃນຊຸມ ປີຜ່ານມາ, ກອງປະຊຸມ ໄດ້ເປັນເອກະພາບ ສືບຕໍ່ຍຶດໝັ້ນ 6 ທັດສະນະພື້ນຖານ ຂອງພັກ ກ່ຽວກັບວຽກງານ ການເມືອງ-ແນວຄິດ, ພ້ອມນັ້ນ ຍັງໄດ້ກໍານົດອອກທິດທາງ, ຄາດໝາຍລວມ ຮອດປີ 2025 ຄື: ທິດທາງ ຂອງວຽກງານການເມືອງ-ແນວຄິດ ໃນຊຸມປີຕໍ່ໜ້າ ຕ້ອງສ່ອງແສງໃຫ້ເຫັນຢ່າງຈະແຈ້ງ ກ່ຽວກັບຄວາມເປັນເອກະ ພາບທາງດ້ານແນວຄິດ ຕໍ່ເສັ້ນທາງກ້າວເດີນ ຂອງປະເທດຊາດ ແລະ ຄວາມເປັນອັນໜຶ່ງອັນດຽວ ຂອງຊາດລາວ, ການແກ້ໄຂບັນຫາແນວຄິດ ຖືເປັນພື້ນຖານ ຂອງການແກ້ໄຂບັນຫາທັງໝົດ, ວຽກງານແນວຄິດ ຕິດພັນກັບຄວາມ ເປັນແບບຢ່າງນໍາໜ້າ, ຄ່ານິຍົມ ຂອງຄະນະພັກ ແລະ ສະມາຊິກພັກ, ພະນັກງານ; ຍົກສູງບົດບາດ, ຄວາມເປັນ ແບບຢ່າງ ແລະ ລັກສະນະນໍາໜ້າ ຂອງພັກເຮົາ ໃນການນໍາພາແກ້ໄຂບັນຫາຕົວຈິງ ຢູ່ພາຍໃນພັກ ແລະ ໃນສັງຄົມ; ຄາດໝາຍໃຫຍ່ ຂອງວຽກງານການເມືອງ-ແນວຄິດ ທີ່ຕ້ອງໄດ້ບັນລຸ ແມ່ນຕ້ອງຖືຈຸດໝາຍລວມ ແຫ່ງການນໍາພາປະ ເທດຊາດ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ຕິດພັນກັບການຍົກສູງນໍ້າໃຈຮັກຊາດ, ຈິດໃຈເອກະລາດ, ເປັນເຈົ້າຕົນ ເອງ, ເສີມສ້າງຄວາມສາມັກຄີເປັນປຶກແຜ່ນ, ສ້າງຊາດລາວໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີປະ ຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ ເປັນພື້ນຖານສໍາຄັນ.
ເພື່ອບັນລຸທິດທາງ, ຄາດໝາຍລວມນັ້ນ ກອງປະຊຸມ ໄດ້ຮັບຮອງເອົາ 7 ວຽກງານຈຸດສຸມ ເພື່ອສູ້ຊົນຜັນ ຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ເປັນຈິງ ໂດຍມອບໃຫ້ແຕ່ລະອົງຄະນະພັກ ຊີ້ນໍາຈັດຕັ້ງດໍາເນີນການຄົ້ນຄວ້າ, ເຊື່ອມຊຶມ, ຜັນຂະຫຍາຍ ເນື້ອໃນດັ່ງກ່າວ ໃຫ້ເປັນລະບົບ, ເລິກເຊິ່ງ ແລະ ມີຄວາມເປັນເອກະພາບກັນສູງ ໂດຍ ສະເພາະແມ່ນບັນດາສະຫາຍສະມາຊິກພັກ-ພະນັກງານ ຕ້ອງເປັນເຈົ້າການກໍາແໜ້ນ ແລະ ຜັນຂະຫຍາຍ ເຂົ້າສູ່ວຽກ ງານຕົວຈິງ ຢ່າງປະດິດສ້າງ ແລະ ເປັນແບບຢ່າງນໍາໜ້າຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທໍາຕົວຈິງ. ພ້ອມນັ້ນ, ກອງປະຊຸມ ໄດ້ມອບໃຫ້ຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ ນໍາເອົາເນື້ອໃນຈິດໃຈ ຂອງບົດສະຫລຸບຕີລາ ຄາສະພາບວຽກງານການເມືອງ-ແນວຄິດ ຕໍ່ກອງປະຊຸມຄັ້ງນີ້ ແລະ ຄໍາເຫັນຊີ້ນໍາຂອງສະຫາຍ ເລຂາທິການໃຫຍ່ ໄປຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍຈັດຕັ້ງປະຕິບັດ ເຂົ້າສູ່ຂະບວນການວຽກງານຕົວຈິງ.
ໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນໂອລົມ ໂດຍສະຫາຍ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຄະນະພັກແຕ່ລະຂັ້ນ, ທີ່ໄດ້ເອົາໃຈໃສ່ນຳພາຊີ້ນຳ ການຈັດຕັ້ງປະຕິບັດວຽກງານການເມືອງ-ແນວ ຄິດ ໃນຊຸມປີຜ່ານມາ ເຊິ່ງໄດ້ມີຄວາມພະຍາຍາມສ້າງການຫັນປ່ຽນໃໝ່ທາງດ້ານເນື້ອໃນ ແລະ ຮູບການ ຂອງວຽກ ງານດັ່ງກ່າວ, ພ້ອມນັ້ນ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຍົກໃຫ້ເຫັນຄວາມຈໍາເປັນທີ່ ຕ້ອງໄດ້ເພີ່ມທະວີການ ນໍາພາຂອງພັກ ຕໍ່ວຽກງານການເມືອງ-ແນວຄິດ ມີການຫັນປ່ຽນໄປສູ່ຄຸນນະພາບໃໝ່, ຕອບສະໜອງການເລັ່ງທວງ ຂອງໜ້າທີ່ການເມືອງໃນສະເພາະໜ້າ ແລະ ຍາວນານ, ທັງໄດ້ເນັ້ນທິດທາງ, ຄາດໝາຍໃຫຍ່ ຕ້ອງໄດ້ສູ້ຊົນຈັດຕັ້ງ ປະຕິບັດໃນຕໍ່ໜ້າ.