ວັນທີ 18 ພະຈິກ 2022 ນີ້ ຍີ່ປຸ່ນລົງນາມສັນຍາຊ່ວຍເຫລືອໂຄງການກໍ່ສ້າງໂຮງຮຽນມັດທະຍົມ ຕອນຕົ້ນ ບ້ານເມືອງວັ້ນ ເມືອງແອດ ແຂວງຫົວພັນ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ໂຄບະຢະຊິ ເຄັນອິຈິ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ຂັນທອງ ວົງສົມບັດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງແອດ, ພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP) ມູນຄ່າການກໍ່ສ້າງ 90.000 ໂດລາສະຫະລັດ
ທ່ານ ໂຄບະຢະຊິ ເຄັນອິຈິ ໄດ້ໃຫ້ຮູ້ວ່າ: ໂຄງການດັ່ງກ່າວແມ່ນ ການສະໜັບສະໜູນທຶນຮອນ ເພື່ອກໍ່ສ້າງອາຄານຮຽນ ແລະ ຫ້ອງນໍ້າໃໝ່ ໃຫ້ໂຮງຮຽນມັດທະຍົມຕອນຕົ້ນບ້ານເມືອງວັ້ນ ເມືອງແອດ ແຂວງຫົວພັນ, ພ້ອມທັງສະໜອງອຸປະກອນເຄື່ອງໃຊ້ ໃຫ້ແກ່ໂຮງຮຽນມັດທະຍົມຕອນຕົ້ນດັ່ງກ່າວ ເພື່ອປະກອບສວນເຂົ້າໃນການປັບປຸງສະພາບແວດລ້ອມການສຶກສາ ແລະ ສຸຂະອະນາໄມຂອງໂຮງຮຽນ.
ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP) ແມ່ນການສະໜອງທຶນທີ່ຈໍາເປັນໃຫ້ແກ່ໂຄງການຂະໜາດນ້ອຍ ທີ່ໃຫ້ຜົນປະໂຫຍດໂດຍກົງແກ່ປະຊາຊົນຜູ້ອາໄສ ແລະ ມີຈຸດປະສົງເພື່ອການ ພັດທະ ນາເສດຖະກິດ-ສັງຄົມຂອງປະເທດລາວ ໂດຍອີງຕາມຄວາມຕ້ອງການພື້ນຖານຂອງມະນຸດເປັນຫລັກ, ລັດຖະບານຍີ່ປຸ່ນ ຈະສືບຕໍ່ໃຫ້ການຊ່ວຍເຫລືອລັດຖະບານລາວ ປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປ ເພື່ອຮັບປະ ກັນ ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫລັງ ຜ່ານການແກ້ໄຂຄວາມແຕກໂຕນໃນພາກພື້ນ.