ຊານຟຣານຊິສໂກ ຮັບໜ້າທີ່ຕໍ່ເປັນເຈົ້າພາບ ຈັດກອງປະຊຸມສຸດຍອດເອເປັກປີໜ້າ

ທ່ານ ນາງ ຄາມາລາ ແຮຣິສ ຮອງປະທານາທິບໍດີອາເມລິກາ ເປີດເຜີຍໃນວັນທີ 19 ພະຈິກ 2022 ວ່າ: ເມືອງຊານຟຣານຊິສໂກໃນລັດແຄລິຟໍເນຍຂອງອາເມລິກາຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດຜູ້ນຳເອເປັກໃນປີໜ້າ.

ພົນເອກ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີຂອງໄທ ເຊິ່ງເປັນເຈົ້າພາບຈັດກອງປະຊຸມເອເປັກໃນອາທິດນີ້ ໄດ້ສົ່ງມອບຕຳແໜ່ງປະທານເອເປັກປີ 2023 ໃຫ້ອາເມລິກາ ພ້ອມປິດກອງປະຊຸມເອເປັກຢູ່ນະຄອນຫລວງບາງກອກໃນວັນທີ 19 ພະຈິກນີ້.

ສຳນັກຂ່າວຣອຍເຕີລາຍງານວ່າ: ຖະແຫລງການຂອງອາເມລິກາຍັງລະບຸວ່າ: ກອງປະຊຸມເອເປັກຢູ່ຊານຟຣານຊິສໂກຈະຈັດຂຶ້ນໃນວັນທີ 12 ພະຈິກ 2023.