ສື່ອັງກິດເຜີຍບົດລົງໂທດທາງກົດຫມາຍຂອງແມນຢູ ທີ່ອາດເຮັດໃຫ້ ໂຣນັລໂດ ຕົກງານ-ສູນເສຍເງິນມະຫາສານ

ພາຍຫລັງຈາກທີ່ ແມນເຊສເຕີ ຢູໄນເຕັດ ທີມດັງໃນພຣີເມຍລີກ ອັງກິດ ອອກຖະແຫລງການຫລ້າສຸດເຖິງກໍລະນີທີ່ ຄຣິສຕຽນໂນ ໂຣນັລໂດ ດາວຍິງ ທີມຊາດໂປຣຕຸເກສ ອາຍຸ 37 ປີ ໃຫ້ສຳພາດເຖິງສະໂມສອນໃນແງ່ຮ້າຍ ໂດຍມີການລະບຸວ່າ ລາວຮູ້ສຶກເຫມືອນຖືກທໍລະຍົດ ແລະ ຍັງບອກຈະແຈ້ງວ່າ ບໍ່ເຄົາລົບ ເອຣິກ ເທນ ຮາກ ຜູ້ຈັດການທີມເນເທີແລນ ລວມເຖິງຖືກສະໂມສອນບີບໃຫ້ຍ້າຍທີມມາໂດຍຕະຫລອດ.
ເຊິ່ງ ເດລີ ເມລ ສື່ກິລາຊື່ດັງຂອງອັງກິດ ລາຍງານວ່າ ຄະນະບໍລິຫານຂອງ ແມນເຊສເຕີ ຢູໄນເຕັດ ໄດ້ພະຍາຍາມຫາຊ່ອງທາງກົດຫມາຍທຸກທາງທີ່ຈະເອົາຜິດ ຄຣິສຕຽນໂນ ໂຣນັລໂດ ດາວດັງຂອງທີມໃຫ້ໄດ້ຈາກກໍລະນີເຊິ່ງມີຄວາມເປັນໄປໄດ້ສູງຫລາຍ ວ່າຈະນຳສັນຍາມາວິເຄາະຢ່າງລະອຽດ ແລະ ຫາຊ່ອງທີ່ຈະຍົກ ເລີກສັນຍາໃຫ້ໄດ້ ແລະ ບໍ່ຕ້ອງການເຫັນລາວກັບມາຢູ່ກັບທີມອີກຫລັງຈາກບານໂລກ 2022.
ໂດຍມີລາຍງານວ່າເພີ່ມວ່າ ຫາກສະໂມສອນຍົກເລີກສັນຍານັກເຕະເພາະເຮັດຜິດກົດແທ້ ໂຣນັລໂດ ຈະຕ້ອງສູນເສຍເງິນຄ່າຈ້າງທີ່ເຫລືອຫລາຍເຖິງ 16 ລ້ານປອນ ຈາກເຫດການນີ້.

