ກຳມະການຊື່ດັງ ຊີ້ບານໂລກ 2022 ອາດເຕະຍາວເຖິງ 100 ນາທີ

ແດນນີ ມັກເຄລີ ກຳມະການຕັດສິນຊາວເນເທີແລນ ຊື້ວ່າແຟນບານອາດຈະໄດ້ເຫັນເກມທີ່ເຕະກັນດົນເຖິງ 100 ນາທີໃນບານໂລກ 2022 ຫລັງ ຟີຟາ ສັ່ງໃຫ້ທົດເວລາໄດ້ຕາມທີ່ເຫັນສົມຄວນ ເພື່ອແກ້ບັນຫາທີມທີ່ມັກຖ່ວງເວລາ.

ແດນນີ ມັກເຄລີ ຜູ້ຕັດສິນຄົນດັງຊາວເນເທີແລນ ອອກມາເປີດເຜີຍວ່າ ແຟນບານອາດຈະໄດ້ເຫັນເກມທີ່ເຕະກັນຍືດເຍື້້ອເຖິງ 100 ນາທີ ໃນການແຂ່ງຂັນ ບານໂລກ 2022 ທີ່ປະເທດກາຕ້າ ຫລັງສະຫະພັນບານເຕະນາໆຊາດ ມີຄຳສັ່ງໃຫ້ຜູ້ຕັດສິນທົດເວລາໄດ້ຕາມທີ່ເຫັນສົມຄວນໃນການກໍລະນີທີ່ມີການ ພະຍາຍາມຖ່ວງເວລາລະຫວ່າງການແຂ່ງຂັນ.

ຟີຟາ ມີຄວາມກັງວົນເລື່ອງການໃຊ້ແທັກຕິກຖ່ວງເວລາ ໂດຍສະເພາະຢ່າງຍິ່ງການປ່ຽນຕົວ ແລະ ຫລັງຈາກມີການຍິງປະຕູເກີດຂຶ້ນ ດ້ວຍເຫດນີ້ ປີແອລຸຍຈິ ຄອລລີນາ ປະທານຜູ້ຕັດສິນຂອງຟີຟາຈຶ່ງເນັ້ນກຳມະການສະໜາມທັງ 36 ຄົນ ທີ່ຈະລົງເຮັດໜ້າທີ່ໃນການແຂ່ງຂັນບານໂລກ 2022 ແລະ ທີມງານວ່າ ສາມາດທົດເວລາໄດ້ຕາມທີ່ເຫັນສົມຄວນຫາກມີການຖ່ວງເວລາເກີດຂຶ້ນ ເຖິງຈະເຮັດໃຫ້ເກມຍືດເຍື້ອເຖິງ 100 ນາທີດັ່ງກ່າວ.

ມັກເຄລີ ເຊິ່ງເປັນຫນຶ່ງໃນກຳມະການທີ່ຈະໄດ້ລົງເຮັດໜ້າທີ່ໃນນັດຊີງຊະນະເລີດ ບານໂລກ 2022 ວັນທີ 18 ທັນວາ ກ່າວວ່າ : “ ທ່ານຈະໄດ້ເຫັນເຄິ່ງເວລາທີ່ ດົນຂຶ້ນແນ່ນອນ ນີ້ຄືຫົວຂໍ້ທີ່ເຮົາລົມກັນມາະຕະຫລອດ ມັນຈະບໍ່ແມ່ນເລື່ອງແປທີ່ຈະໄດ້ເຫັນການທົດເວລາ 6 ນາທີ, 7 ນາທີ ຫລື 8 ນາທີ ເຮົາເຮັດແບບດຽວ ກັນໃນບານໂລກທີ່ຣັສເຊຍ ແລະ ທຸກຄົນກໍເຫັນດີນຳ ແນ່ນອນວ່າ ເຮົາຈະເຮັດແບບນັ້ນໃນບານເຕະໂລກຄັ້ງນີ້ເຊ່ັນດຽວກັນ ”.