ເປີດຂຶ້ນຢ່າງເປັນທາງການ Festival France Laos ສ້າງສັນທາງດ້ານວັດທະນະທໍາ ຝຣັ່ງ-ລາວ

ງານເທສະການເພື່ອສະເຫລີມສະຫລອງການແລກປ່ຽນສາຍສໍາພັນລະຫວ່າງປະເທດ ຝຣັ່ງ-ລາວ (Festival France Laos) ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ພະຈິກ 2022 ທີ່ຫໍວັດທະນະທໍາແຫ່ງຊາດນະຄອນຫລວງວຽງຈັນ ແລະ ຈະດຳເນີນງານຈົນຮອດ ວັນທີ 27 ພະຈິກ, ໂດຍການເຂົ້າຮ່ວມຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ພ້ອມບັນດາແຂກເຂົ້າຮ່ວມເປັນຈຳນວນຫລາຍ.

ເພື່ອສະແດງເຫັນເຖິງຄວາມອຸດົມສົມບູນຂອງການສ້າງສັນທາງດ້ານວັດທະນະທໍາ ແລະ ຄວາມລໍ້າຄ່າຂອງການແລກປ່ຽນ ລະຫວ່າງ ວັດທະນະທໍາ, ເຊິ່ງງານນີ້ຈະມີຫລາຍກິດຈະກໍາໃນການສະແດງເຊັ່ນ: ລາຍການດົນຕີຄລາສສິກ, ປ໊ອບຣັອກ, ດົນຕີພື້ນບ້ານນານາຊາດ, ຮູບເງົາ, ລະຄອນຫຸ່ນ, ລະຄອນເວທີ, ສິລະປະ, ທັງໝົດປະເພດສິລະປະ ທີ່ຮ່ວມເຂົ້າກັນ ແລະ ພົບປະ ເຊິ່ງສະແດງໂດຍນັກສິລະປິນນັກເປຍໂນທີ່ມີຊື່ສຽງລະດັບໂລກ Maxime Zecchini ແລະ David Bismuth ຈະຮ່ວມສະແດງເທິງເວທີກັບວົງ Vientiane Chamber Orchestra, ນັກຮ້ອງໄວໜຸ່ມ Sun ຈະຕອບໂຈດຄໍາເວົ້າຂອງ Blackeyes ແລະ NU innovation.