ລິເວີພູລ ລັອກເປົ້າ! ໝາຍຕາດຶງ ເມສັນ ເມົ້າ ສະຖານະການກັບເຊວຊີບໍ່ດີ ຍັງບໍ່ສາມາດຕົກລົງສັນໃໝ່ໄດ້

ລິເວີພູລ ສະໂມສອນຂວັນໃຈມະຫາຊົນຂອງ ພຣີເມຍລີກ ອັງກິດ ກໍາລັງເລັງທີ່ຈະເຊັນສັນຍາກັບ ເມສັນ ເມົ້າ ແນວບຸກຕົວເກັ່ງຈາກ ເຊວຊີ ຫລັງຈາກທີ່ນັກເຕະກັບຕົ້ນສັງກັດບໍ່ສາມາດຕໍ່ສັນຍາສະບັບໃໝ່ໄດ້ໃນໄລຍະທີ່ຜ່ານມາ.

ດາວເຕະ ອາຍຸ 23 ປີ ເຊິ່ງເປັນເດັກປັ້ນ “ສິງບຣູ” ຕັ້ງແຕ່ອາຍຸ 6 ປີ ເຫລືອສັນຍາຢູ່ຖິ່ນສະແຕມຟອດ ບຣິດ ພຽງ 18 ເດືອນເທົ່ານັ້ນ. ​ເຖິງ​ມີ​ລາຍ​ງານ​ວ່າ​ສອງ​ຝ່າຍເປີດ​ເຈລະຈາກັນຢ່າງຕໍ່ເນື່ອງ, ​ແຕ່ແລ້ວ​ການ​ຕໍ່​ສັນຍາ​ກໍ​ບໍ່​ມີ​ຄວາມ​ຄືບ​ໜ້າ

“The Guardian”, ສື່ໃນອັງກິດທີ່ມີຊື່ສຽງ ໂດຍກ່າວວ່າການຂະຫຍາຍສັນຍາຂອງ ເມົ້າ ກັບ ເຊວຊີ ຍັງບໍ່ແນ່ນອນ ແລະ ນັ້ນເຮັດໃຫ້ຫລາຍສະໂມສອນກໍາລັງຕິດຕາມສະຖານະການຢ່າງໃກ້ຊິດ, ໂດຍສະເພາະ ລິເວີພູລ ແລະ ຢູເວນຕູສ ທີ່ຕັ້ງໃຈຈະຄວ້າໂຕດາວຍິງທີມຊາດອັງກິດ ມາ​ເສີມ​ທັບ​ໂດຍ​ບໍ່​ເສຍ​ຄ່າໂຕ

ປະຈຸບັນ ເມົ້າ ເປັນໜຶ່ງໃນຜູ້ຫລິ້ນທີ່ໄດ້ຮັບຄ່າຈ້າງຕໍ່າສຸດຂອງທີມສິງບຣູ ເຖິງແມ່ນວ່າຈະເປັນນັກເຕະຄົນສຳຄັນຂອງສະໂມສອນກໍ່ຕາມ. ດ້ວຍເຫດຜົນນີ້ເຮັດໃຫ້ເຂົາຕ້ອງການລາຍຮັບເພີ່ມຂຶ້ນ.