ແມນຢູ ເລັງເປົ້າດຶງ 1 ໃນກອງໜ້າ ເປແອສເຊ ສຽບແທນ ໂຣນັລໂດ້

The Mirror ສື່ຊື່ດັງຂອງອັງກິດລາຍງານວ່າ ແມນເຊສເຕີ ຢູໄນເຕັດ ສະໂມສອນໃຫຍ່ແຫ່ງພຣີເມຍລີກ ອັງກິດ ພວມພິຈາ ລະນາຄວ້າຕົວ ຄີລຽນ ເອັມບັບເປ ກອງໜ້າທີມຊາດຝຣັ່ງຂອງສະໂມສອນ ປາຣີສ ແຊັງ ແຊັກແມັງ ມາສູ່ຖິ່ນ ໂອນ ແທຣ໊ຟຟອດ.
ເປັນທີ່ເຂົ້າໃຈກັນວ່າ ຄຣິສຕຽນໂນ ໂຣນັລໂດ້ ດາວຍິງຂອງແມນເຊັສເຕີ ຢູໄນເຕັດ ຫາກໍຈະອອກມາໃຫ້ສຳພາດວິຈານແມນເຊັສເຕີ ຢູໄນເຕັດ ວ່າບໍ່ມີການພັດທະນາ ນັບຕັ້ງແຕ່ ເຊີອາເລັກ ເຟີກູສັນ ອຳລາທີມໄປ ແລະ ຍັງປະກາດສຽງແຂງວ່າບໍ່ເຄົາລົບ ເອຣິກ ເທນ ຮາກ ຜູ້ຈັດການທີມຄົນປັດຈຸບັນ ສົ່ງຜົນໃຫ້ມີໂອກາດສູງທີ່ນັກເຕະອາຍຸ 37 ປີ ຈະຍ້າຍທີມໃນອະນາຄົດອັນໃກ້.
ທັງນີ້ ລາຍງານຫລ້າສຸດຈາກແດນອັງກິດລະບຸວ່າ : ແມນເຊັສເຕີ ຢູໄນເຕັດ ໄດ້ກຽມແຜນການຮອງຮັບຫາກຕ້ອງປ່ອຍ ໂຣນັລໂດ້ ອອກຈາກທີມ ເອົາໄວ້ແລ້ວ ໂດຍເລ່ັງໄປທີ່ ຄີລຽນ ເອັມບັບເປ ວ່າເປັນຕົວແທນທີ່ເຫມາະສົມ ເນື່ອງຈາກມີຄວາມເປັນຈອມ ຖະຫລົ່ມປະຕູຢ່າງຈະແຈ້ງຍິງໄປແລ້ວ 19 ປະຕູ ກັບອີກ 5 ແອສຊິສ ຈາກການລົງຫລິ້ນ 20 ນັດລວມທຸກລາຍການໃຫ້ກັບ ເປແອສເຊ ໃນລະດູການນີ້.

