ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສ. ຕີມໍ-ເລສ໌ເຕ ຄົບຮອບ 20 ປີ

ວັນທີ 15 ພະຈິກ 2022, ທີ່ ໂຮງແຮມ ເເລນມາກ, ນະຄອນຫຼວງວຽງຈັນ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມເປັນແຂກກິດຕິມະສັກ ໃນງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວສາທາລະນະລັດ ຕີມໍ-ເລສ໌ເຕ ຄົບຮອບ 20 ປີ ແລະ ມີບັນດາລັດຖະມົນຕີກະຊວງຕ່າງໆຈຳນວນໜຶ່ງເຂົ້າຮ່ວມ.
อาจเป็นรูปภาพของ 1 คน, กำลังยืน และ ข้อความพูดว่า "E TO TH OF THE IN OF VERSARY OF THE BETWE ne, Nover 15"
ທ່ານ ນາງ ມາເຣຍ ຣີນາຕາ ເດິ ການດາສ ຈີຊຸສ (Maria Renata de Jesus), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສ.ຕີມໍ-ເລສ໌ເຕ ໄດ້ກ່າວປາໄສ ໂດຍສະແດງໃຫ້ເຫັນເຖິງສາຍພົວພັນອັນດີງາມ ລະຫວ່າງສອງປະເທດ ຕີມໍ-ເລສ໌ເຕ ແລະ ສປປ ລາວ ໃນຕະຫຼອດໄລຍະ 20 ປີຜ່ານມາ ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງ ມາຍັງລັດຖະບານລາວ ແລະ ບັນດາປະເທດສະມາຊິກອາຊຽນ ທີ່ໄດ້ໃຫ້ການສະໜັບສະໜູນແກ່ ຕີມໍ-ເລສເຕ ຕະຫຼອດມາ ກໍ່ຄືການສະໜັບສະໜູນຂອງບັນດາຄູ່ຮ່ວມມືພາຍນອກ, ຊຶ່ງ ຕີມໍ-ເລສ໌ເຕ ຈະສືບຕໍ່ເຮັດວຽກຢ່າງຕັ້ງໜ້າເພື່ອຮັບປະກັນການເຂົ້າເປັນສະມາຊິກຂອງ ຕີມໍ-ເລັສ໌ເຕ ໃນອະນາຄົດ. ພ້ອມດຽວກັນນີ້, ສະຖານທູດ ຕີມໍ-ເລສ໌ເຕ ປະຈຳ ສປປ ລາວ ຈະສືບຕໍ່ສົມທົບກັບກະຊວງການຕ່າງປະເທດ ແລະ ບັນດາກະຊວງທີ່ກ່ຽວຂ້ອງ ໃນການປະສານງານ ແລະ ຕິດຕາມບັນດາບັນຫາດ້ານວິຊາການທີ່ພົ້ນເດັ່ນ ຮັດແໜ້ນການຮ່ວມມືໃນຂົງເຂດຕ່າງໆ ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ ເປັນຕົ້ນເເມ່ນ ການຮ່ວມມືສອງຝ່າຍ, ຫຼາຍຝ່າຍ ແລະ ພາກພື້ນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານ ແລະ ການຮ່ວມມືທີ່ດີງາມລະຫວ່າງ ຕີມໍ-ເລສ໌ເຕ-ລາວ ໃຫ້ນັບມື້ນັບໄດ້ຮັບການພັດທະນາກ້າວຂຶ້ນ.
อาจเป็นรูปภาพของ 1 คน, กำลังยืน และ ข้อความพูดว่า "WELCOME OF THE 47TH ANN TO THE RECEPTI CELEBRAT TE'S INDEPENDEN OF TR OF TIMOR-LE THR THE ESTABLIS AN TWEEN TIMOR Vianti beras 022"ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າລັດຖະບານລາວ ແລະ ປະຊາຊົນລາວ ສະແດງຄວາມຍິນດີ ແລະ ອວຍພອນໄຊອັນປະເສີດມາຍັງລັດຖະບານ ແລະ ປະຊາຊົນ ແຫ່ງ ສ. ຕີມໍ-ເລສເຕ ເນື່ອງໃນໂອກາດວັນປະກາດເອກະລາດ ຄົບຮອບ 47 ປີ, ພ້ອມທັງຊົມເຊີຍການພົວພັນຮ່ວມມືລະຫວ່າງ ລາວ ແລະ ຕີມໍ-ເລສ໌ເຕ ນັບເເຕ່ມີການລົງນາມໃນສັນຍາສ້າງຕັ້ງການພົວພັນທາງການທູດ ໃນວັນທີ 27 ກໍລະກົດ 2002, ຊຶ່ງຖືໄດ້ວ່າເປັນຂີດໝາຍປະ ຫວັດສາດໃນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຂອງພວກເຮົາທີ່ໄດ້ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງຊາດ, ຊຶ່ງຕະຫຼອດ 2 ທົດສະວັດ ແຫ່ງການພົວພັນລະຫວ່າງສອງປະເທດໄດ້ເພີ່ມທະວີການພົວພັນມິດຕະພາບຢ່າງເລິກເຊິ່ງໃນລະດັບຕ່າງໆທັງລັດຖະບານ ແລະ ປະຊາຊົນຕໍ່ປະຊາຊົນ. ການແລກປ່ຽນການຢ້ຽມຢາມທາງລັດຖະກິດລະດັບສູງຂອງບັນດາການນຳ ຊຶ່ງໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະ ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ.
ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ອວຍພອນໃຫ້ ຕີມໍ-ເລສ໌ເຕ ປະສົບຜົນສຳເລັດໃນພາລະກິດກະກຽມຂໍ້ມູນເຂົ້າເປັນສະມາຊິກ ASCC ແລະ AEC ທີ່ນຳໄປສູ່ການຮັບຮອງເອົາຖະແຫຼງການຂອງບັນດາຜູ້ນຳອາຊຽນ ທີ່ກອງປະຊຸມສຸດຍອດຄັ້ງທີ 40 ແລະ 41 ທີ່ ກຳປູເຈຍ ກ່ຽວກັບການຮັບຮອງເອົາ ຕີມໍ-ເລສ໌ເຕ ເຂົ້າເປັນສະມາຊິກອາຊຽນ ທີ່ໄດ້ເຫັນດີເປັນເອກະສັນກັນໃນຫຼັກການອະນຸມັດການສະໝັກເຂົ້າເປັນສະມາຊິກອາຊຽນຂອງ ຕີມໍ-ເລສ໌ເຕ ເເລະ ສປປ ລາວ ພ້ອມແລ້ວທີ່ຈະສະໜັບສະໜຸນ ຕີມໍ-ເລັສ໌ເຕ ເພື່ອບັນລຸການເຂົ້າເປັນສະມາຊິກອາຊຽນຢ່າງເຕັມສ່ວນໃນອະນາຄົດອັນໃກ້ນີ້.