ບຣູໂນ່ ໂພສຮູບ ແລະ ຂໍ້ຄວາມທີ່ບອກວ່າເຂົາ ບໍ່ໄດ້ແຕກຫັກກັບ ໂຣນັລໂດ້ ຫລັງຈາກກ່ອນໜ້ານີ້ ທີ່ເຂົາບໍ່ໄດ້ທັກທາຍໂຣນັລໂດ້ ແບບຈິງຈັງປານໃດ

ບຣູໂນ່ ເຟີນັລເດສ ກອງກາງທີມຊາດໂປຕຸເກດ ສະແດງທ່າທີວ່າລາວບໍ່ໄດ້ມີບັນຫາຫຍັງກັບ ຄຣິສເຕຍໂນ ໂຣນັລໂດ້ ດັ່ງທີ່ຫລາຍຄົນຄິດ.

ບຣູໂນ່ ໄດ້ເດີນທາງມາເຂົ້າຮ່ວມາສົມທົບທີມຊາດໂປຕຸເກດ ໃນການກະກຽມສໍາລັບເຕະບານໂລກ 2022, ແຕ່ມັນມີປະເດັນເຮັດໃຫ້ຄົນສົນໃຈຫລັງຈາກທີ່ລາວບໍ່ໄດ້ທັກທາຍ ໂຣນັລໂດ້ ດ້ວຍຄວາມເບີກບານເທົ່າໃດ ທັງທີ່ຈິງແລ້ວອີກຝ່າຍເປັນຄືກັບໄອດໍຂອງລາວ

ເລື່ອງດັ່ງກ່າວເຮັດໃຫ້ເກີດການຕັ້ງປະເດັນກ່ຽວກັບຄວາມບໍ່ພໍໃຈຂອງ ບຣູໂນ່ ຕໍ່ການສໍາພາດທີ່ໂຫດຮ້າຍຂອງ ໂຣນັລໂດ້ ໃນເຊີງຕຳນິ ແມນເຊັສເຕີ ຢູໄນເຕັດ ຢ່າງໜັກໃນຊ່ວງທີ່ຜ່ານມາ. ຕົວຢ່າງ ການເວົ້າວ່າສະໂມສອນບໍ່ໄດ້ພັດທະນາຫຍັງເລີຍໃນຈະຫລອດໄລຍະທີ່ຜ່ານມາ. ພ້ອມບອກວ່າເຂົາບໍ່ມີຄວາມເຄົາລົບຕໍ່ ເອຣິກ ເທນຮາກ ຜູ້ຈັດການທີມ “ຜີສາດແດງ” ເປັນຕົ້ນ ກ່ອນທີ່ເວລາຕໍ່ມາ ເຈົາ ມາຣິໂອ ໜຶ່ງໃນກອງທັບທີມຊາດໂປຕຸເກດ ຈະບອກວ່າທັງຄູ່ບໍ່ໄດ້ຜິດໃຈຫຍັງກັນເລີຍ ແລະ ໂຣນັລໂດ້ ພຽງແຕ່ຢອກຫລິ້ນເທົ່ານັ້ນ ຈາກກອງກາງຄົນດັງແມ່ນຫນຶ່ງໃນຜູ້ທີ່ເດີນທາງມາຮ່ວມໂຕກັບທີມງານຊ້າກ່ວາຄົນອື່ນ.