13 ວິທີຫລຸດຄ່າໃຊ້ຈ່າຍໃນຄົວເຮືອນ

- ເຮັດອາຫານກິນເອງໃຫ້ຫລາຍຂຶ້ນ: ການທີ່ເຮົາເຮັດກິນເອງຫາກເຫຼືອກໍຍັງເກັບໄວ້ໃນຕູ້ເຢັນໄວ້ກິນອີກໄດ້
- ຊື້ຜັກໝາກໄມ້ຕາມລະດູການ: ນອກຈາກປະຢັດແລ້ວຍັງເປັນໄລຍະທີ່ຜັກໝາກໄມ້ມີຄຸນນະພາບສູງ ແລະ ອີກຢ່າງກໍລາຄາຖືກອີກ ດ້ວຍ
- ຊື້ອາຫານສົດໃນຕະຫຼາດ:ເພາະຈະຖືກກວ່າໃນຮ້ານສັບພະສິນຄ້າຄວນເລືອກເບິ່ງຮ້ານທີ່ອາຫານນັ້ນສົດ ແລະ ລາຄາກໍເໝາະສົມ
- ປູກຜັກກິນເອງ: ເປັນຕົ້ນແມ່ນຫົວສີໄຄ, ໝາກເຜັດ, ຜັກຊີ, ຜັກບົ້ງ, ຜັກຫອມບົ່ວ, ຫອມປ້ອມ ຈະເຮັດໃຫ້ເຮົາຫລຸດຄ່າໃຊ້ຈ່າຍຫລາຍຂຶ້ນ
- ອາຫານທີ່ບໍ່ຈໍາເປັນຫລາຍກໍບໍ່ຄວນຊື້: ອາຫານປະເພດໃດທີ່ເຫັນວ່າບໍ່ມີຄວາມຈໍາເປັນປານໃດ ກໍບໍ່ຄວນຊື້ ສິ່ງໃດປະຢັດໄດ້ກໍຄວນປະຢັດ
- ຈົດອາຫານທີ່ຕ້ອງການຊື້: ຕ້ອງຊື້ຕາມທີ່ເຮົາຈົດລາຍການໄປນັ້ນກໍພໍ ຢ່າຊື້ພຽງເພາະຄໍາໂຄສະນາ
- ປິດໄຟ ປິດເຄື່ອງໃຊ້ໄຟຟ້າ: ເມື່ອໃດທີ່ເຮົາໃຊ້ ແລ້ວກໍຄວນປິດ ຖອດປັກສຽບ ແລະ ປິດນ້ໍາທຸກຄັ້ງທີ່ບໍ່ໄດ້ໃຊ້ງານແລ້ວ.
- ເລືອກໃຊ້ເຄື່ອງໃຊ້ໄຟຟ້າທີ່ປະຢັດພະລັງງານ: ແອ, ໝໍ້ຫຸງເຂົ້າ, ຕູ້ເຢັນ, ໄມໂຄຣເວັບ ຖ້າຫາກເປັນລຸ້ນທີ່ເກົ່າຫຼາຍກໍຈະກິນໄຟຫຼາຍ ຖ້າຢາກ ປະຢັດໄຟໄລຍະຍາວ ຄວນຊື້ລຸ້ນໃໝ່ມາປ່ຽນຈະດີກວ່າ
- ຫາກຕ້ອງການອົບອາຫານ: ໃຫ້ອົບຫຼາຍຢ່າງ ພ້ອມກັນຈະດີກວ່າ ແຕ່ຖ້າຫາກມີໜ້ອຍ ຄວນໃຊ້ໄມໂຄຣເວັບ ແທນເຕົາອົບຂະໜາດໃຫຍ່
- ຮັກສາສະພາບການໃຊ້ງານຂອງເຄື່ອງໃຊ້ໄຟຟ້າທຸກຢ່າງ: ໃຫ້ຢູ່ໃນສະພາບທີ່ເຮັດວຽກໄດ້ດີສະເໝີ ລວມຮອດການທໍາຄວາມສະອາດ ເຄື່ອງໃຊ້ໄຟຟ້າ ໂດຍສະເພາະ ແອ ຈະຊ່ວຍຫຼຸດຄ່າໄຟຟ້າໄດ້
- ບໍ່ຄວນຊື້ເຄື່ອງຕະຫຼອດ: ບໍ່ວ່າຈະຊື້ຢູ່ໃສກໍຕາມ ເພາະຈະເປັນການເພີ່ມໂອກາດໃນການໃຊ້ຈ່າຍແບບບໍ່ໄດ້ວາງແຜນມາກ່ອນ ແລະ ເຮັດໃຫ້ເກີດຄວາມຢາກໄດ້
- ສິ່ງທີ່ແພງບໍ່ແມ່ນສິ່ງທີ່ດີສະເໝີ: ບາງຢ່າງທີ່ສາມາດໃຊ້ແທນກັນໄດ້ ລະຫວ່າງເຄື່ອງທີ່ແພງກັບເຄື່ອງທີ່ຖືກກວ່າ ແຕ່ຄຸນນະພາບເທົ່າກັນ.
- ເຊົາຊື້ເຄື່ອງນຸ່ງຕາມແຟຊັ່ນ: ເພາະຈະນິຍົມໃນເວລາບໍ່ດົນປານໃດ ເມື່ອລຸ້ນໃໝ່ອອກມາກໍຕ້ອງໄດ້ຊື້ໃໝ່ ທັງທີ່ອັນເກົ່າຍັງດີຢູ່ແຕ່ເຫັນ ໄດ້ວ່າບໍ່ທັນສະໄໝ ຄວນເລືອກຊື້ເຄື່ອງນຸ່ງທີ່ລຽບທີ່ສາມາດໃຊ້ໄດ້ທຸກໂອກາດດີກວ່າ.
