ຄົນເປັນພະຍາດນີ້ ຫ້າມກິນກະທຽມເດັດຂາດ !!

ເຖິງແມ່ນວ່າກະທຽມຈະເປັນພືດສະໝູນໄພທີ່ດີ ແລະ ມີສັບພະຄຸນຮັກສາພະຍາດໄດ້ ເຊີ່ງສ່ວນປະກອບທີ່ສຳຄັນໃນການປຸງແຕ່ງອາຫານເພື່ອເພີ່ມລົດຊາດກໍຕາມ ແຕ່ສຳລັບສະໝູນໄພທຸກຊະນິດມັກຈະແອບແຝງດ້ວຍຄຸນປະໂຫຍດ ແລະ ໂທດສະເໝີ ຫາກໃຊ້ບໍ່ຖືກວິທີ, ຍິ່ງເປັນຜູ້ເປັນພະຍາດບາງຄົນກໍບໍ່ຄວນທີ່ຈະບໍລິໂພກເດັດຂາດ ໂດຍສະເພາະ ຄົນເຈັບຈາກ 5 ພະຍາດນີ້ ເນື່ອງຈາກຈະເຮັດໃຫ້ອາການຊຸດໂຊມລົງໄດ້

1.ພະຍາດກ່ຽວກັບຕັບ: ໂດຍທາດບາງຢ່າງຂອງກະທຽມ ສາມາດສົ່ງຜົນຕໍ່ການຢັບຢັ້ງການກະຕຸ້ນນ້ຳຍ່ອຍໃນລະບົບລຳໄສ້ ເຮັດໃຫ້ອາຫານຕົກຄ້າງໃນລະບົບຍ່ອຍອາຫານ ທີ່ເປັນອັນຕະລາຍຕໍ່ກັບຄົນເປັນພະຍາດຕັບອັກເສບ ໂດຍຈະມີອາການປຸ້ນທ້ອງ ແລະປວດຮາກ

2.ຄົນເຈັບທີ່ມີອາການຖອກທ້ອງໂດຍບໍ່ມີສາເຫດມາຈາກການຕິດເຊື້ອແບັດທີເຣຍ: ຜູ້ທີ່ກຳລັງຖອກທ້ອງບໍ່ຄວນບໍລິໂພກກະທຽມດິບ ເພາະລົດເຜັດຮ້ອນຂອງກະທຽມຈະໄປກະຕຸ້ນໃຫ້ລຳໄສ້ຜະລິດເຍື້ອເມືອກອອກມາ ແລະ ເກີດການບວມນ້ຳໃນລະບົບລຳໄສ້ຫຼາຍຂຶ້ນ ທີ່ບໍ່ໄດ້ເປັນຜົນດີຕໍ່ຜູ້ທີ່ກຳລັງຖອກທ້ອງ

3.ຄົນທີ່ກຳລັງກຽມຜ່າຕັດ: ຄົນເຈັບທີ່ກຳລັງຈະເຂົ້າຫ້ອງຜ່າຕັດ ບໍ່ຄວນກິນກະທຽມຢ່າງໜ້ອຍ 2 ອາທິດ, ເນື່ອງຈາກວ່າ ຈະເຮັດໃຫ້ເລືອດຢຸດ ແລະ ໄຫຼຍາກ

4.ຄົນເຈັບທີ່ມີຄວາມດັນເລືອດຕ່ຳ: ມີຄວາມເປັນໄປໄດ້ວ່າກະທຽມ ຈະຍິ່ງເຮັດໃຫ້ຄວາມດັນເລືອດຕ່ຳລົງ, ຊຶ່ງບໍ່ດີຕໍ່ກັບຜູ້ທີ່ມີພາວະຄວາມດັນເລືອດຕ່ຳຢູ່ແລ້ວ

5.ຄົນເຈັບທີ່ມີບັນຫາເລື່ອງດວງຕາ: ບໍ່ຄວນບໍລິໂພກກະທຽມຫຼາຍຈົນເກີນໄປ ສຳລັບ ຄົນເຈັບທີ່ມີບັນຫາທາງດວງຕາ ແລະ ຕັບ, ເນື່ອງຈາກວ່າ ທຸກໆອາຫານ ຫາກບໍລິໂພກຫຼາຍກໍຈະມີສ່ວນສົ່ງຜົນຕໍ່ກັບຮ່າງກາຍຂອງເຮົາຢູ່ດີ, ສະນັ້ນ ຄວນບໍລິໂພກໃຫ້ພໍດີ ແລະບໍລິໂພກສິ່ງອື່ນໆ ເພື່ອໃຫ້ຮ່າງກາຍໄດ້ຮັບສານອາຫານທີ່ພຽງພໍຈະດີທີ່ສຸດ.