ຊາດາ ອາດມູນ ນັກເຕະສາຍາ ເມສຊີ ອີຣ່ານ ຕິດທີມຊາດຊຸດລຸຍບານໂລກ

ສຳນັກຂ່າວ ເດລີ ເມລ ລາຍງານວ່າ ທີມຊາດອີຣ່ານ ຍັງຄົງຮຽກຕົວ ຊາດາ ອາສມູນ ກອງໜ້າເຈົ້າຂອງສາຍາ ເມສຊີ ອີຣ່ານ ເປັນໜຶ່ງໃນຂຸນພົນຊຸດລຸຍບານໂລກ ເຖິງວ່າຈະຖືກກົດດັນຈາກລັດຖະບານກໍຕາມ.

ກ່ອນໜ້ານີ້ ຊາດາ ອາສມູນ ໄດ້ອອກມາສະແດງອອກວ່າລາວສະໜັບສະໜູນການປະທ້ວງເລື່ອງການເສຍຊີວິດຂອງ ມາຊາ ອາມີນີ ເຊິ່ງຖືກຈັບກຸມເພາະບໍ່ສວມຮີຢາບ (ຜ້າຄຸມຫົວ) ແລະ ມີຜູ້ເຫັນເຫດການລະບຸວ່າ ລາວຖືກທຸບຕີຢ່າງຮ້າຍແຮງ ຂະນະທີ່ເຈົ້າໜ້າທີ່ຕຳຫລວດອ້າງວ່າລາວມີອາການຫົວໃຈວາຍທີ່ສະຖານີຕຳຫລວດກ່ອນຈະມີອາການໂຄມ່າ ເຮັດໃຫ້ມີປະຊາຊົນອອກມາປະທ້ວງໃນເລື່ອງດັ່ງກ່າວ.

ຈາກປະເດັນນີ້ເຮັດໃຫ້ມີການເປີດເຜີຍວ່າໄດ້ມີການກົດດັນຈາກທາງການອີຣ່ານກ່ຽວກັບການຮຽກຕົວນັກເຕະຈາກເລເວີຄູເຊັນ ລາຍນີ້ຕິດທີມຊາດຊຸດລຸຍບານໂລກ 2022 ທີ່ກາຕ້າ.

ແນວໃດກໍຕາມ ສຸດທ້າຍແລ້ວ ຄາລອສ ເຄຣອສ ຜູ້ຈັດການທີມຊາດອີຣ່ານ ຍັງຄົງໃສ່ຊື່ຂອງລາວເປັນຫນຶ່ງໃນນັກເຕະເພື່ອໄປເຮັດການແຂ່ງຂັນບານໂລກທີ່ກາຕ້າ ເຊິ່ງອີຣ່ານ ຢູ່ໃນກຸ່ມ ບີ ຮ່ວມກັບ ອັງກິດ, ເວລ ແລະ ສະຫະລັດ ອາເມລິກາ.