ເດືອນຕຸລາ ທົ່ວປະເທດ ມີອຸບັດເຫດເກີດຂຶ້ນທັງໝົດ 513 ຄັ້ງ ຄົນໄດ້ຮັບບາດເຈັບ 783 ຄົນ ເສຍຊີວິດ 71 ຄົນ

ວັນທີ 15 ພະຈິກ 2022 ນີ້, ທ່ານ ພັນຕີ ຈັນທະວີ ເພັດລາສີ ຕາງໜ້າພະແນກໂຄສະນາກົມຈະລາຈອນ ໄດ້ລາຍງານຂໍ້ມູນອຸບັດເຫດທົ່ວປະເທດ ປະຈຳເດືອນຕຸລາທີ່ຜ່ານມາວ່າ: ມີອຸບັດເຫດເກີດຂຶ້ນທັງໝົດ 513 ຄັ້ງ ເພີ່ມຂຶ້ນ 24 ຄັ້ງ, ພາຫະນະເປ່ເພ 915 ຄັນ ເພີ່ມຂຶ້ນ 84 ຄັນ, ຄົນໄດ້ຮັບບາດເຈັບ 783 ຄົນ ເພີ່ມຂຶ້ນ 33 ຄົນ, ເສຍຊີວິດ 71 ຄົນ ເພີ່ມຂຶ້ນ 9 ຄົນ. ສະເພາະນະຄອນຫລວງອຸບັດເຫດເກີດຂຶ້ນທັງໝົດ 83 ຄັ້ງ ເພີ່ມຂຶ້ນ 33 ຄັ້ງ
ສາເຫດຂອງການເກີດອຸບັດເຫດ ຄວາມໄວ 153 ຄັ້ງ, ດື່ມເຫລົ້າ 113 ຄັ້ງ, ປ່ຽນທິດທາງເດີນ 62 ຄັ້ງ, ບໍ່ປ່ອຍສິດ 34 ຄັ້ງ, ຊີງຂຶ້ນໜ້າບໍ່ຮັບປະກັນ 53 ຄັ້ງ, ເຕັກນິກບໍ່ຮັບປະກັນ 12 ຄັ້ງ , ລ່ວງປ້າຍຫ້າມ 25 ຄັ້ງ ແລະ ອື່ນໆ 61 ຄັ້ງ.
ເວລາທີ່ເກີດອຸບັດເຫດ: ເວລາແຕ່ 1:00 ໂມງ- 7:00 ໂມງເຊົ້າ 18 ຄັ້ງ, ເວລາແຕ່ 8:00ໂມງ-16:00ໂມງແລງ 155 ຄັ້ງ, ເວລາແຕ່ 17:00 ໂມງ-24:00 ໂມງກາງຄືນ 340 ຄັ້ງ.
ວັນທີ່ເກີດອຸບັດເຫດຫຄັ້ງກວ່າໝູ່: ວັນຈັນ 32 ຄັ້ງ, ວັນອັງຄານ 45 ຄັ້ງ, ວັນພຸດ 50 ຄັ້ງ, ວັນພະຫັດ 55 ຄັ້ງ, ວັນສຸກ 82 ຄັ້ງ, ວັນເສົາ 112 ຄັ້ງ, ວັນອາທິດ 135 ຄັ້ງ
ອາຍຸຜູ້ທີ່ເກີດອຸບັດເຫດ: ຕໍ່າກວ່າ 15 ປີ 88 ຄົນ, 16-30 ປີ 811 ຄົນ, 31-50 ປີ 265 ຄົນ, 51-60 ປີ 13 ຄົນ, 61 ປີ ຂື້ນໄປ 2 ຄົນ.
ອາຊີບຜູ້ເກີດອຸບັດເຫດ: ຊາວນາ 112 ຄົນ, ກຳມະກອນ 180 ຄົນ, ນັກຮຽນ-ນັກສຶກສາ 180 ຄົນ, ພະນັກງານ 133 ຄົນ, ຄ້າຂາຍ 121 ຄົນ, ຂັບລົດ 141 ຄົນ, ທະຫານ 35 ຄົນ, ຕຳຫລວດ 25 ຄົນ, ວ່າງງານ 105 ຄົນ.
ແຂວງທີ່ມີຄົນເສຍຊີວິດຫລາຍກວ່າໝູ່: ນະຄອນຫລວງ 17 ຄົນ ,ຫລວງພະບາງ 12 ຄົນ, ສະຫວັນນະເຂດ 10 ຄົນ, ອຸດົມໄຊ 5 ຄົນ, ຈຳປາສັກ 5 ຄົນ, ວຽງຈັນ 4 ຄົນ, ຊຽງຂວາງ 3 ຄົນ, ສາລະວັນ 3 ຄົນ, ຫລວງນ້ຳທາ 2 ຄົນ, ບໍ່ແກ້ວ 2 ຄົນ, ຫົວພັນ 2 ຄົນ, ບໍລິຄຳໄຊ 2 ຄົນ, ໄຊຍະບູລີ 1 ຄົນ, ຄຳມ່ວນ 1 ຄົນ, ເຊກອງ 1 ຄົນ, ອັດຕະປື 1 ຄົນ ແຂວງທີ່ບໍ່ມີຄົນເສຍຊີວິດແມ່ນ ໄຊສົມບູນ ແລະ ຜົ້ງສາລີ.
ລວມມູນຄ່າເສຍຫາຍທີ່ເກີດອຸບັດເຫດໃນເດືອນສິງຫາ ທັງໝົດແມ່ນ 7.494.050.000 ກີບ ຫລຸດລົງຈາກເດືອນກັນຍາ 246.690.000 ກີບ
