ສິ່ງທໍາອິດທີ່ຄວນເຮັດ ກ່ອນເລີ່ມຕົ້ນມື້ໃໝ່

ນັກຂຽນ James Clear ເຈົ້າຂອງຜົນງານໜັງສືຂາຍດີຫລາຍເຫລັ້ມ ໂດຍສະເພາະໜັງສືເລື່ອງ Atomic Habits ທີ່ກັ່ນຕອງຄວາມຮູ້ດ້ານການປັບປ່ຽນນິໄສ ແລະ ສາມາດນໍາມາປັບໃຊ້ໄດ້ໃນຊີວິດປະຈໍາວັນ, ເຊິ່ງນັກຂຽນ James Clear ໄດ້ອອກມາບອກເຄັດລັບສັ້ນໆໃນການເລີ່ມຕົ້ນເຊົ້າມື້ໃໝ່ກ່ອນເຮັດວຽກໃນເລື່ອງໃດເລື່ອງໜຶ່ງໃຫ້ສໍາເລັດໃນມື້ນັ້ນ ເຊິ່ງມີຢູ່ 1 ຢ່າງດັ່ງນີ້:
ສິ່ງທີ່ນັກຂຽນ James Clear ເຈົ້າຂອງໜັງສືຊື່ດັງ Atomic Habits ອອກມາແນະນໍາໃຫ້ເຮັດກ່ອນເລີ່ມຕົ້ນເຮັດວຽກໃນແຕ່ລະມື້ແມ່ນ ແທນທີ່ຈະຖາມຕົວເອງວ່າ “ມື້ນີ້ຈະເຮັດຫຍັງດີ?” ຄວນປ່ຽນມາເປັນ “ມື້ນີ້ຄວນຕັດເລື່ອງຫຍັງທີ່ບໍ່ຈໍາເປັນອອກໄປດີ?”

