ກອງປະຊຸມຮ່ວມ 3 ຝ່າຍ ລະຫວ່າງຄະນະປະຈໍາສະພາແຫ່ງຊາດ ກັບອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ

ໃນວັນທີ 14 ພະຈິກ 2022 ທີ່ສະພາແຫ່ງຊາດ ໄດ້ມີກອງປະຊຸມຮ່ວມ 3 ຝ່າຍ ລະຫວ່າງຄະນະປະຈຳສະພາແຫ່ງຊາດ ກັບອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ມີທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມມີບັນດາທ່ານຮອງປະທານຄະນະປະຈຳສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ຮອງປະທານສານປະຊາຊົນສູງສຸດ ແລະ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ, ເພື່ອສ້າງຄວາມເປັນເອກະພາບ ລະຫວ່າງຄະນະປະຈຳສະພາແຫ່ງຊາດ ກັບອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ໃນການແກ້ໄຂບັນຫາຕ່າງໆໃຫ້ສອດຄ່ອງກັບແນວທາງນະໂຍບາຍ, ​ລັດຖະທຳມະນູນ ແລະ ກົດໝາຍ; ເພື່ອປຶກສາຫາລື ແລະ ຮ່ວມກັນຊອກຫາວິທີການແກ້ໄຂບັນຫາເຄັ່ງຮ້ອນຮີບດ່ວນ ທີ່ເກີດຂຶ້ນໃນສັງຄົມ ທີ່ພົວພັນກັບການດຳເນີນຄະດີຕາມຂະບວນການຍຸຕິທຳ, ບັນຫາທີ່ພົວພັນກັບຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ; ເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍຂອງບັນດາອົງການລັດຂັ້ນຕ່າງໆ.

​    ພ້ອມນີ້ກໍໄດ້ຮັບຟັງການລາຍງານການປະຕິບັດບົດບາດຂອງອົງການໄອຍະການປະຊາຊົນສູງສຸດ ໃນການຕິດຕາມກວດກາການດຳເນີນຄະດີຢູ່ສານ; ລາຍງານສະພາບການດຳເນີນຄະດີສາມຂັ້ນ, ສານຂັ້ນຕົ້ນ, ຂັ້ນອຸທອນ ແລະ ຂັ້ນລົບລ້າງ ມີຂໍ້ສະດວກ, ຫຍຸ້ງຍາກແນວໃດ ແລະ ສາເຫດເກີດຈາກໃສ ໂດຍສະເພາະການຊັກຊ້າ, ແກ່ຍາວ, ຫຼົບໄປຫຼົບມາ ແລະ ຄູ່ຄວາມຍັງບໍ່ພໍໃຈຕໍ່ການຕັດສິນໃຈ, ພິພາກສາຂອງສານ.