8 ເຄັດລັບຊ່ວຍໃຫ້ທ່ານສ້າງໂຕໄດ້ກ່ອນອາຍຸ 30.

ມື້ນີ້ພວກເຮົາມີແນວຄິດງ່າຍໆມາໃຫ້ທຸກທ່ານໄດ້ພິຈາລະນາເອົາໄປປັບໃຊ້ໃນຊີວິດລອງເບິ່ງຖ້າທ່ານຢາກສ້າງໂຕໄດ້ ແລະມີຄວາມໝັ້ນຄົງທາງສະຖານະທາງການເງິນກ່ອນອາຍຸ 30 ປີທ່ານຈະຕ້ອງເຮັດແນວໃດແດ່ ມາເບິ່ງນຳກັນເລີຍ.

  1. ຫາເງິນດ້ວຍຕົນເອງກ່ອນ :ແນ່ນອນວ່າໃນໄລຍະກ່ອນທີ່ເຮົາຈະອາຍຸ 30 ປີນັ້ນມີຄົນຫລາຍກ່ວາ 50% ທີ່ຍັງແບມືຂໍເງິນພໍ່ແມ່ໃຊ້ຢູ່ ດັ່ງນັ້ນຈຸດເລີ່ມຕົ້ນທີ່ດີທີ່ສຸດຂອງຄົນທີ່ຢາກສ້າງໂຕໄດ້ກ່ອນອາຍຸ 30 ປີກໍຄືຄົນທີ່ສາມາດຫາທາງສ້າງລາຍໄດ້ໃຫ້ຕົນເອງໄດ້ກ່ອນອາຍຸ 30 ປີນັ້ນເອງໂດຍອາດຈະເປັນເງິນທີ່ໄດ້ຈາກການເຮັດວຽກປະຈຳກໍໄດ້ ຫລືຈະເປັນເງິນທີ່ໄດ້ຈາກການເຮັດອາຊີບເສີມກໍໄດ້ຄືກັນ, ເງິນບໍ່ໄດ້ລອຍມາຫາເຮົາເອງໄດ້ ສະນັ້ນຢ່າຢູ່ເສີຍແລະລໍຖ້າໃຫ້ເງິນລອຍມາຫາຫາກຢາກໄດ້ເງິນກໍໃຫ້ຈິນຕະນາການເຖິງເງິນແລະລົງມືຫາເງິນດ້ວຍຕົນເອງນັ້ນເອງເຊິ່ງການຈະຫາລາຍໄດ້ໃຫ້ກັບຕົນເອງນັ້ນສາມາດເລີ່ມເຮັດໄດ້ຕັ້ງແຕ່ໄວເດັກໂດຍອາດຈະເລີ່ມຈາກການທ້ອນເງິນໄປໂຮງຮຽນຢ່າງໜ້ອຍມື້ລະ000 ກີບທຸກມື້ ກໍຈະເຮັດໃຫ້ມີເງິນທ້ອນແລ້ວທັງຍັງເປັນການປູກຝັງນິໄສການທ້ອນເງິນໃຫ້ເດັກນຳອີກສ່ວນໃຜທີ່ຢູ່ໃນໄວທີ່ສາມາດເຮັດວຽກໄດ້ແລ້ວກໍອາດຈະຮັບອາຊີບເສີມມາເຮັດເຊັ່ນ : ການຂາຍເຄື່ອງອອນລາຍຫາລາຍໄດ້ຜ່ານອິນເຕີເນັດຫລືຈະເປັນອາຊີບອື່ນອີກຫລວງຫລາຍພຽງແຕ່ມີຄວາມຕັ້ງໃຈແລະດຸໝັ່ນເຮັດວຽກແທ້ໆ ຮັບຮອງວ່າທ່ານຈະສາມາດຕັ້ງໂຕໄດ້ກ່ອນອາຍຸ 30 ປີແນ່ນອນ.
  2. ຢ່າໃຊ້ເງິນທີ່ມີຈົນໝົດ :ເພາະບາງຄົນມີຄວາມເຊື່ອແບບຜິດໆວ່າຄົນທີ່ຮັ່ງມີແມ່ນຄົນທີ່ມີການໃຊ້ຈ່າຍເງິນໄດ້ຢ່າງບໍ່ ຂາດມືເຊິ່ງພວກເຮົາຂໍແນະນຳໃຫ້ປ່ຽນຄວາມຄິດໃໝ່ ເພາະຖ້າເຮົາມີແຕ່ໃຊ້ເງິນເງິນກໍອາດຈະໝົດໄປໄດ້, ແຕ່ຄົນທີ່ຮູ້ ຈັກຫາເງິນມາໃຊ້ຕ່າງຫາກທີ່ຈະເປັນຄົນຮັ່ງມີຢ່າງແທ້ຈິງເພາະເຂົາມີຫົນທາງໃນການສ້າງເງິນນຳບໍ່ແມ່ນແຕ່ໃຊ້ເງິນພຽງຢ່າງດຽວ. ດັ່ງນັ້ນ, ຈົ່ງຢຸດໃຊ້ເງິນເພື່ອສະແດງຄວາມຮັ່ງມີຈະດີກ່ວາແລະຫັນມາໃຊ້ຈ່າຍຕາມຄວາມເໝາະສົມແທນຖ້າເຮັດໄດ້ແບບນີ້ ທ່ານກໍຈະມີເງິນເຫລືອໃຊ້ຫລາຍຂຶ້ນຢ່າງແນ່ນອນ. ແນວໃດກໍຕາມພະຍາຍາມຢ່າໃຊ້ຄວາມຢາກໄດ້ມາເຮັດໃຫ້ທ່ານຕ້ອງໃຊ້ເງິນຢ່າງເກີນເຫດຈະດີກ່ວາເພາະຄວາມຮັ່ງມີບໍ່ໄດ້ສະແດງອອກຈາກການໃຊ້ຈ່າຍເງິນ, ແຕ່ມັນສະແດງໄດ້ບ່ອນທີ່ໃຜສາມາດທ້ອນເງິນໄດ້ຫລາຍກ່ວາຕ່າງຫາກ.
  3. ເງິນຫຍັງທີ່ສົມຄວນທ້ອນກໍຄວນຈະທ້ອນໄວ້ເປັນຢ່າງດີ :ບໍ່ແມ່ນເອົາອອກມາໃຊ້ຈ່າຍຈົນໝົດເພາະບາງເທື່ອເຮົາອາດຈະຄິດວ່າເງິນໃນພາກສ່ວນນັ້ນບໍ່ດົນກໍຫາໃໝ່ໄດ້, ແຕ່ເຊື່ອເລີຍວ່າມີໜ້ອຍຄົນແທ້ໆທີ່ຈະເອົາເງິນນັ້ນມາຄືນໄດ້ ສະນັ້ນເງິນຫຍັງທີ່ສົມຄວນທ້ອນກໍຢ່າໄປຫຍຸ້ງກັບມັນເລີຍຍົກເວັ້ນແຕ່ວ່າມັນບໍ່ມີທາງເລືອກອື່ນໆແລ້ວແທ້ໆຈຶ່ງເອົາອອກມາໃຊ້ ແຕ່ເມື່ອເອົາອອກມາແລ້ວກໍຢ່າລືມເອົາໄປເກັບໄວ້ຄືນຫລືຖ້າຢ້ານວ່າຈະບັງຄັບໃຈຕົນເອງບໍ່ໄດ້ ກໍໃຫ້ຄິດສາວ່າທ່ານກຳລັງກູ້ຢືມເງິນພ້ອມທັງຄິດດອກເບ້ຍເມື່ອຮອດກຳໜົດຄືນກໍໃຫ້ຄືນເຂົ້າໄປໄວ້ທັງຕົ້ນແລະດອກເບ້ຍເຊິ່ງວິທີນີ້ນອກຈາກຈະບໍ່ເຮັດໃຫ້ເງິນທ້ອນຫາຍໄປຢ່າງເປັນສູນແລ້ວຍັງມີເງິນທ້ອນຫລາຍຂຶ້ນກ່ວາເກົ່ານຳອີກ.
  4. ບໍ່ສ້າງໜີ້ສິນ :ຂໍ້ນີ້ສຳຄັນຫລາຍທີ່ສຸດເພາະໜີ້ສິນບົ່ງບອກໄດ້ວ່າວິໄນທາງການເງິນແລະການຫ້າມໃຈຂອງທ່ານອາດບໍ່ດີພໍ, ໜີ້ສິນທີ່ມີມາກ່ອນອາດຈະບໍ່ນັບກໍໄດ້ ແຕ່ຢ່າສ້າງໜີ້ສິນໃໝ່ກໍພໍເພາະການມີໜີ້ສິນນອກຈາກຈະເຮັດໃຫ້ເຮົາທ້ອນເງິນໄດ້ຍາກແລ້ວຍັງເຮັດໃຫ້ເຮົາຕ້ອງເຄັ່ງຄຽດຢູ່ຕະຫລອດເວລາແລະອາດຈະນຳໄປສູ່ການຜິດຖຽງກັນກັບໃກ້ ຊິດເນື່ອງຈາກຄວາມບໍ່ລົງໂຕໃນເລື່ອງການເງິນນຳອີກ. ດັ່ງນັ້ນ, ພະຍາຍາມຢ່າເປັນໜີ້ດີກ່ວາຈະໄດ້ບໍ່ຕ້ອງເສຍເງິນຄ່າດອກເບ້ຍ.
  5. ເປັນຫຍັງເຮົາຈຶ່ງບໍ່ຮັ່ງມີ ?ການຮູ້ວ່າເປັນຫຍັງເຮົາຈຶ່ງຍັງບໍ່ຮັ່ງມີຫລືສ້າງໂຕບໍ່ໄດ້ຈັກເທື່ອເປັນຫົນທາງທີ່ດີໃນການແກ້ໄຂຕົນເອງຢ່າງກົງຈຸດເພື່ອສ້າງຄວາມຮັ່ງມີ, ແຕ່ບໍ່ແມ່ນການເມົາແຕ່ໂທດສິ່ງເຫລົ່ານັ້ນວ່າເປັນສາເຫດຂອງບັນຫາໂດຍທີ່ບໍ່ຍອມແກ້ໄຂຫຍັງເລີຍເພາະຖ້າສາເຫດມັນຍັງຢູ່ ຜົນຂອງມັນກໍຈະຕາມມາເລື້ອຍໆ. ດັ່ງນັ້ນ, ແທນການຈະເອົາເວລາໄປໂທດວ່າເປັນຫຍັງຈຶ່ງບໍ່ຮັ່ງມີຄວນເອົາເວລາໄປແກ້ໄຂມັນດີກ່ວາ.
  6. ຄົນທີ່ຮັ່ງມີພວກເຂົາເຮັດແນວໃດໃຫ້ໄປເບິ່ງ :ຫາກບໍ່ຮູ້ວ່າຈະເລີ່ມຈາກບ່ອນໃດລອງສັງເກດການໃຊ້ຊີວິດແລະແນວຄິດຂອງຄົນຮັ່ງມີກ່ອນວ່າເຂົາມີຫລັກການແນວໃດ, ມີຫຍັງທີ່ເຂົາແຕກຕ່າງອອກໄປຈາກຄົນທຳມະດາແລະເອົາມາປັບໃຊ້ກັບໂຕເຮົາເອງ, ແຕ່ບໍ່ແນະນຳໃຫ້ເອົາແບບຢ່າງວິທີການມາເລີຍເພາະເລື່ອງເຫລົ່ານີ້ບໍ່ມີໃຜທີ່ຈະໄດ້ຜົນຄືກັນ 100% ຢ່າງແນ່ນອນ.
  7. ລົງທຶນ :ເອົາເງິນທີ່ມີຢູ່ ແລະບໍ່ມີຄວາມຈຳເປັນທີ່ຈະຕ້ອງໃຊ້ເອົາໄປລົງທຶນເພື່ອສ້າງຜົນກຳໄລແລະເງິນກັບຄືນມາໃຫ້ເຮົາຕາມຄວາມມັກແລະຄວາມຊຳນານອາດຈະເປັນການເອົາໄປຫລິ້ນຫຸ້ນຫລືຊື້ຄຳເກັງກຳໄລກໍໄດ້.
  8. ຢ່າຝັນຫວານແຕ່ພໍໂຕ :ບາງເທື່ອການຝັນຫວານກໍເປັນເລື່ອງທີ່ດີເພາະຍິ່ງເຮົາຕັ້ງເປົ້າໝາຍໄວ້ສູງຍິ່ງເປັນການກະຕຸ້ນໃຫ້ເຮົາພະຍາຍາມຫລາຍຂຶ້ນເທົ່ານັ້ນ.