ເປີດສະຖິຕິສ່ວນຕົວ ການາໂຊ ເກມແມນຢູ ຊະນະ ຟູແລມ ຄາບ້ານ

ຄວັນຫວັງຈາກການແຂ່ງຂັນພຣີເມຍລີກ ອັງກິດ ເມື່ອຄືນວັນອາທິດທີ່ຜ່ານມາ ເຊິ່ງ ແມນເຊສເຕີ ຢູໄນເຕັດ ບຸກມາເອົາຊະນະ ຟູແລມ ໄປແບບສຸດມັນ 2-1.

ເກມນີ້ ແມນຢູ ນຳກ່ອນ 1-0 ຈາກ ຄຣິສຕຽນ ອີຣິກເຊນ ນາທີ 14 ຈາກນັ້ນເຄິ່ງຫລັງ ນາທີ 64 ຕີສະເຫມີເປັນ 1-1 ຈາກ ແດນນຽລ ເຈມ ອະດີດນັກເຕະແມນຢູ ແລະ ເກມທຳທ່າຈະຈົບໄປດ້ວຍປະຕູນີ້ ແຕ່ໃນໄລຍະທົດເວລາບາດເຈັບ ນາທີ 90+3 ແມນຢູ ມາໄດ້ປະຕູໄຊ 2-1 ຈາກຈັງຫວະທີ່ ອີຣິກເຊັນ ຈ່າຍບານທະລຸໄປໃຫ້ ອາເລຮານໂດຣ ການາໂຊ ທີ່ລົງມາເປັນຕົວສຳຮອງ ເລັ່ງຄວາມໄວໄປຍິງປະຕູ ຄວ້າ 3 ຄະແນນສຳຄັນໄດ້ສຳເລັດ.

ສະຖິຕິສ່ວນຕົວຂອງ ການາໂຊ ໃນເກມນີ້ :

  • ລົງຫລິ້ນ 18 ນາທີ.
  • ສຳຜັດບານ 9 ຄັ້ງ.
  • ຜ່ານບານສຳເລັດ 5/5 ຄັ້ງ.
  • ໂອກາດຍິງ 1 ຄັ້ງ.
  • ຍິງ 1 ປະຕູ.