ເກີດແຜ່ນດິນໄຫວ ຄວາມແຮງ 2.1 ຣີກເຕີ ໃນບໍລິເວນແຂວງຫລວງນໍ້າທາ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານໃຫ້ຮູ້ວ່າ:  ເກີດແຜ່ນດິນໄຫວ ວັນທີ 13 ພະຈິກ 2022 ເວລາ 03:54  ໄດ້ພົບສັນຍານແຜ່ນດິນໄຫວ 1 ຄັ້ງ ໃນບໍລິເວນ ແຂວງຫລວງນໍ້າທາ ມີຈຸດສູນກາງຢູ່ເສັ້ນຂະໜານທີ 20.905 ອົງສາເໜືອ ແລະ ເສັ້ນແວງທີ 100.619 ອົງສາຕາເວັນອອກ ຄວາມແຮງ ສັ່ນສະເທືອນວັດແທກໄດ້ 2,1 ຣີກເຕີ ເຊິ່ງມີຄວາມເລິກຈາກເທິງໜ້າດິນ ປະມານ 05 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ບ້ານປຸງໄຊ ເມືອງລອງ ແຂວງຫລວງນໍ້າທາ ເຊີ່ງຈຸດເກິດແຜ່ນດິນໄຫວ ແມ່ນຫ່າງຈາກເທສະບານ ເມືອງລອງ ປະມານ 21 ກິໂລແມັດ.
ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.