3 ປີຜ່ານມາ ສປປ ລາວ ສົ່ງອອກສິນຄ້າຕັດຫຍິບ ລວມມູນຄ່າ ຫລາຍກວ່າ 594,6 ລ້ານໂດລາ

ສະມາຄົມອຸດສາຫະກຳຕັດຫຍິບລາວ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ IX ຂອງສະມາຄົມອຸດສາຫະກຳຕັດຫຍິບລາວຂຶ້ນໃນວັນທີ 11 ພະຈິກ 2022 ທີ່ໂຮງແຮມແລນມາກ, ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ດາວອນ ພະຈັນທະວົງ ຮອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ໄຊບັນດິດ ຣາຊະພົນ ປະທານສະມາຄົມອຸດສາຫະກຳຕັດຫຍິບລາວ ຊຸດທີ VIII ພ້ອມດ້ວຍຄະນະ, ມີບັນດາສະມາຊິກໃນຂອບເຂດທົ່ວປະເທດ ແລະ ຕາງໜ້າຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວເຂົ້າຮ່ວມ.
ໃນພິທີ, ທ່ານ ປະທານສະມາຄົມອຸດສາຫະກຳຕັດຫຍິບລາວ ຊຸດທີ VIII ໄດ້ລາຍງານການປະຕິບັດວຽກງານຂອງຄະນະບໍລິຫານງານສະມາຄົມອຸດສາຫະກຳຕັດຫຍິບລາວ ຊຸດທີ VIII (2019-2022) ວ່າ: ແຕ່ຕົ້ນປີ 2019 ມີໂຮງງານອຸດສາຫະກຳຕັດຫຍິບ 78 ແຫ່ງ ເມື່ອທຽບກັບຕົ້ນປີ 2022 ມີໂຮງງານທັງໝົດ 77 ແຫ່ງ ປິດໄປ 1 ແຫ່ງ, ໂຮງງານຂະໜາດໃຫຍ່ເຮັດການຜະລິດເພື່ອສົ່ງອອກມີ 51 ແຫ່ງ ແລະ 26ແຫ່ງເປັນໂຮງງານຂະໜາດນ້ອຍເຮັດການຜະລິດເພື່ອຕະຫລາດພາຍໃນ. ປັດຈຸບັນ, ສະມາຄົມອຸດສາຫະກຳຕັດຫຍິບລາວ ມີສະມາຊິກທັງໝົດ 53 ໂຮງງານ ໃນນັ້ນໂຮງງານຜະລິດສົ່ງອອກ 40 ແຫ່ງ, ໂຮງງານຂະໜາດນ້ອຍ 8 ແຫ່ງ, ໂຮງປັກ 3 ແຫ່ງ, ບໍລິສັດນຳເຂົ້າສົ່ງ-ອອກ 1 ແຫ່ງ ແລະ ບໍລິສັດຂາຍຈັກ 1 ແຫ່ງ.
ໃນນັ້ນໂຮງງານຄົນລາວລົງທຶນ 100% ມີ 7 ແຫ່ງ (ຍັງເທົ່າເກົ່າ), ໂຮງງານຮ່ວມທຶນ 6 ແຫ່ງ (ຫລຸດລົງ 1 ແຫ່ງ) ສ່ວນໃຫ່ຍແມ່ນລາວຮ່ວມທຶນກັບໄທ 3ແຫ່ງ, ລາວຮ່ວມທຶນ ກັບ ຍີ່ປຸ່ນ 2 ແຫ່ງ ແລະ ຮົງກົງ, ຫວຽດນາມ ແລະ ເຢຍລະມັນຮ່ວມທຶນກັນ 1 ແຫ່ງ, ໂຮງງານລົງທຶນຂອງຕ່າງປະເທດ 100% ມີ 38 ແຫ່ງ (ເພີ້ມຂຶ້ນ 2 ແຫ່ງ) ໃນນັ້ນລົງທຶນຫຼາຍກ່ວາໝູ່ແມ່ນປະເທດຍີ່ປຸ່ນມີ 12 ແຫ່ງກວມເອົາ 33%, ໄທມີ 7 ແຫ່ງກວມເອົາ 19% ແລະ ລາວ ມີ 7 ແຫ່ງ ກວມເອົາ 19%.
ພ້ອມນັ້ນຍັງມີໂຮງງານທີ່ເປັນສ່ວນປະກອບໃຫ້ຂະແໜງອຸດສາຫະກຳຕັດຫຍິບອີກ 28 ແຫ່ງດັ່ງລຸ່ມນີ້: ໂຮງງານປັກແສ່ວ 12 ແຫ່ງ, ໂຮງງານພິມຜ້າ 8 ແຫ່ງ, ໂຮງງານຊັກຟອກ 4 ແຫ່ງ, ໂຮງງານກ່ອງເຈ້ຍ 4 ແຫ່ງ ໃນບັນດາໂຮງງານທີ່ກ່າວມາຂ້າງເທິງນັ້ນສັງລວມໃນຕົ້ນປີ 2022 ມີແຮງງານ 25.000 ຄົນ ແຮງງານເພດຍິງໄດ້ກວມເອົາ 90%, ແຮງງານຕ່າງປະເທດປະມານ 0.5% ສ່ວນໃຫ່ຍແມ່ນເປັນແຮງງານລະດັບຜູ້ບໍລິຫານ ແລະ ວິຊາການທີ່ມາຈາກປະເທດໄທ, ຍີ່ປຸ່ນ, ຈີນ ແລະ ສີລັງກາ.
ນອກນີ້, ທ່ານ ປະທານສະມາຄົມອຸດສາຫະກຳຕັດຫຍິບລາວ ໃຫ້ຮູ້ຕື່ມວ່າ: ດ້ານການຜະລິດການສົ່ງອອກໃນໄລຍະ 2019-2021 ໃນປີ 2019 ມູນຄ່າການຜະລິດສົ່ງອອກທັງໝົດປີ ສົ່ງອອກໄດ້ 212.567.000 ໂດລາສະຫະລັດ, ເມື່ອທຽບໃສໄລຍະດຽວກັນຂອງປີ 2018 ຜ່ານມາ ແມ່ນເພີ່ມຂຶ້ນ 16,5% ປີ 2020 ມູນຄ່າການຜະລິດສົ່ງອອກໝົດປີ ສົ່ງອອກໄດ້ 192.354.000 ໂດລາສະຫະລັດ ເມື່ອທຽບໃສ່ປີ 2019 ລົງ 10%, ປີ 2021 ມູນຄ່າການຜະລິດສົ່ງອອກໝົດປີ ສົ່ງອອກໄດ້ 189.777.000 ໂດລາສະຫະລັດ ເມື່ອທຽບໃສ່ປີ 2020 ຫລຸດລົງ 1,4%.

