ນອນໜ້ອຍກໍບໍ່ດີ ນອນຫລາຍກໍບໍ່ດີ ການວິໄຈພົບວ່າ ການນອນ 6-9 ຊົ່ວໂມງ ສ່ຽງເກີດພາວະຫົວໃຈວາຍ

ຮູ້ ຫລື ບໍ່ ການພັກຜ່ອນທີ່ບໍ່ພຽງພໍ ຫລື ພັກຜ່ອນຫລາຍເກີນໄປ ອາດເພີ່ມຄວາມສ່ຽງໃຫ້ເຮັດຫົວໃຈວາຍໄດ້ ການວິໄຈລ້າສຸດທີ່ຕີພິມໃນວາລະສານ The journal of the American College of Cardiology ໃຫ້ຮູ້ວ່າ ຂະໜາດຄົນທີ່ບໍ່ສູບຢາ, ອອກກໍາລັງກາຍເປັນປະຈໍາ ແຕ່ຖ້ານອນໜ້ອຍເກີນໄປ ຫລື ຫລາຍເກີນໄປເຮັດໃຫ້ເກີດອາການຫົວໃຈວາຍໄດ້ ເຊິ່ງການພັກຜ່ອນໃຫ້ພໍດີ ແລະ ເໝາະສົມສາມາດຫລຸດຄວາມສ່ຽງລົງໄດ້

.

ຈາກການວິໄຈ ທີມນັກວິທະຍາສາດໄດ້ສຶກສາຂໍ້ມູນຢີນ, ພຶດຕິກໍາການນອນ ແລະ ປະຫວັດທາງການແພດຂອງຜູ້ເຂົ້າຮ່ວມການທົດລອງ 461,000 ຄົນ ຈາກ UK Biobank ມູນນິທິທີ່ສະໜັບສະໜູນຊັບພະຍາກອນສຸຂະພາບແກ່ນັກວິໄຈໃຫຍ່ແຫ່ງໜຶ່ງໃນອັງກິດ ເຊິ່ງຜູ້ທົດລອງມີອາຍຸລະຫວ່າງ 40-69 ປີ ແລະ ບໍ່ເຄີຍມີອາການຫົວໃຈວາຍມາກ່ອນ

.

ຫລັງຈາກການສຶກສາເປັນເວລາ 7 ປີ ທີມນັກວິທະຍາສາດຈາກມະຫາວິທະຍາໄລໂຄໂລຣາໂດ ໂບລເດີ (University of Colorado Boulder) ພົບວ່າຄົນທີ່ນອນໜ້ອຍກວ່າ 6 ຊົ່ວໂມງ ເມື່ອທຽບກັບຄົນທີ່ນອນ 6-9 ຊົ່ວໂມງ ມີໂອກາດທີ່ຈະເກີດພາວະຫົວໃຈວາຍສູງເຖິງ 20% ສ່ວນຜູ້ທີ່ນອນຫລາຍກວ່າ 9 ຊົ່ວໂມງ ມີໂອກາດເກີດພາວະຫົວໃຈວາຍຫລາຍກວ່າ 34%

.

ແນວໃດກໍຕາມ ທີມນັກວິໄຈບໍ່ໄດ້ອະທິບາຍເພີ່ມເຕີມກ່ຽວກັບສາເຫດທີ່ເຮັດໃຫ້ການນອນທີ່ສົ່ງຜົນຕໍ່ການເກີດພາວະຫົວໃຈວາຍ, ແຕ່ກໍມີຜົນການວິໄຈອື່ນທີ່ອະທິບາຍເຖິງຄວາມເປັນໄປໄດ້ວ່າການນອນໜ້ອຍ ຫລື ນອນຫລາຍເກີນໄປ ອາດສົ່ງຜົນກະທົບຕໍ່ການເປັນພະຍາດອື່ນທີ່ມີຜົນຕໍ່ການເປັນພາວະຫົວໃຈວາຍເຊັ່ນ ພາວະຄວາມດັນເລືອດສູງ, ພະຍາດເບົາຫວານປະເພດ 2 ແລະ ເປັນພະຍາດຕຸ້ຍ ເຊິ່ງບັນຫາເຫລົ່ານີ້ຈະເພີ່ມຄວາມສ່ຽງຂອງການເກີດພະຍາດຫົວໃຈວາຍອີກດ້ວຍ

.
ດັ່ງນັ້ນ ເຮົາຄວນນອນຫລັບໃຫ້ພໍດີ ບໍ່ນອນຫລາຍເກີນໄປ ຫລື ນອນໜ້ອຍເກີນໄປ ເພື່ອສຸຂະພາບທີ່ດີ ແລະ ຊີວິດທີ່ຍືນຍາວ

ອ້າງອີງ:

www.cdc.gov/features/sleep-heart-health/index.html

www.treehugger.com/health/sleeping-much-reduces-heart-attack-risk.html