ປີ 2022 ນີ້ ກະຊວງກະສິກຳ ແລະ ປ່າໄມ້ ຈະສູ້ຊົນສັກຢາວັກຊີນກັນພະຍາດສັດລ້ຽງໃຫ້ໄດ້ຫລາຍກວ່າ 80%

ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫລວງ ໄດ້ຈັດວັນສັກຢາປ້ອງກັນພະຍາດສັດຂຶ້ນວັນທີ 11 ພະຈິກ 2022 ນີ້  ທີ່ບ້ານ ດອນໄຮ ເມືອງປາກງື່ມ ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ປອ ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຄຳໝູນ ຕຽງທະລາດ ເຈົ້າເມືອງ-ເມືອງປາກງື່ມ, ພ້ອມນີ້ມີບັນດາທ່ານຫົວໜ້າກົມ, ຮອງກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ໃຫ້ຮູ້ວ່າ: ເພື່ອເຮັດໃຫ້ສັດລ້ຽງແຂງແຮງທົນທານຕ້ອງມີການສັກວັກຊີນໃຫ້ເປັນປົກກະຕິ ເພາະສັດລ້ຽງກໍບໍ່ຕ່າງຫຍັງກັບຄົນເຮົາຕ້ອງມີວັກຊີນໃນໂຕ ເພື່ອມີພູມຕ້ານທານຕໍ່ເຊື້ອພະຍາດກະສິກຳການປູກຝັງ-ລ້ຽງສັດ ເປັນອາຊີບເສີມ ແລະ ອາຊີບຫລັກ ໃນສ້າງລາຍຮັບເຂົ້າໃນການແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນໂດຍສະເພາະແມ່ນການລ້ຽງສັດ. ປັດຈຸບັນນີ້ໄດ້ມີການພັດທະນາຈາກການລ້ຽງສັດແບບປະປ່ອຍຕາມທຳມະຊາດ ຫັນມາລ້ຽງແບບເປັນຟາມຫລາຍຂຶ້ນ ພ້ອມທັງມີການຈັດການແບບເປັນລະບົບ, ເປັນຕົ້ນການລ້ຽງໝູ, ລ້ຽງໄກ່, ງົວ, ຄວາຍ ຢ່າງກວ້າງຂວາງ.

ນອກນີ້, ເພື່ອເປັນການປ້ອງກັນບໍ່ໃຫ້ເກີດການລະບາດຂອງພະຍາດສັດ ຕ້ອງໄດ້ເອົາໃຈໃສ່ສ້າງຂະບວນການສັກຢາປ້ອງການພະຍາດໃຫ້ກວ້າງຂວາງ ແລະ ຕໍ່ເນື່ອງ ໃນປີນີ້ຕ້ອງສູ້ຊົນສັກຢາວັກຊີນກັນພະຍາດໃຫ້ໄດ້ຫລາຍກວ່າ 80% ຂອງຝູງສັດທັງໝົດ ເພື່ອບັນລຸຄາດໝາຍດັ່ງກ່າວພວກເຮົາຕ້ອງໄດ້ເອົາໃຈໃສ່ຢ່າງແຂງແຮງປະສານສົບທົບກັບບັນດາຂະແໜງການທີ່ກ່ຽວຂ້ອງໃນການປຸກລະດົມທຸກພາກສ່ວນໃນສັງຄົມໃຫ້ເອົາໃຈໃສ່ໂຄສະນາ, ຈັດຕັ້ງປະຕິບັດການສັກຢາປ້ອງກັນພະຍາດສັດໃຫ້ກວ້າງຂວາງ ແລະ ຕໍ່ເນື່ອງ.