5 ປັດໄຈສ່ຽງພະຍາດຫົວໃຈ

- ສູບຢາ ຜູ້ທີ່ສູບຢາມີຄວາມສ່ຽງຫລາຍກວ່າຜູ້ທີ່ບໍ່ສູບ ແລະ ຜູ້ທີ່ສູບຫລາຍຍິ່ງມີຄວາມສ່ຽງສູງ
- ອາຍຸ 40 ປີ ຂຶ້ນໄປ ພະຍາດຫົວໃຈພົບໄດ້ຫລາຍໃນໄວອາຍຸ 40 ປີຂຶ້ນໄປ, ພົບເຫັນເພດຊາຍຫລາຍກວ່າເພດຍິງ ເຊິ່ງຈະມີອາການເຈັບ ແລະ ແໜ້ໜບໍລິເວນໜ້າເອິກ
- ພະຍາດເບົາຫວານ ຜູ້ທີ່ມີລະດັບນໍ້າຕານໃນເລືອດສູງກວ່າປົກກະຕິເປັນເວລາດົນ ໂດຍບໍ່ມີການຄວບຄຸມ ຈະສົ່ງຜົນໃຫ້ຫົວໃຈເຮັດວຽກໜັກ
- ຄວາມດັນເລືອດສູງ ເມື່ອຄວາມດັນເລືອດສູງ ຫລອດເລືອດຈະເກີດການຫົດຕົວຂອງກ້າມຊີ້ນ ເລືອດບໍ່ສາມາດໄປລ້ຽງຫົວໃຈ
- ໄຂມັນໃນເລືອດສູງ ເປັນອີກປັດໄຈໜຶ່ງທີ່ສ່ຽງພາໃຫ້ເກີດພະຍາດຫົວໃຈໄດ້ ເພາະໄຂມັນເປັນຕົວການສໍາຄັນທີ່ໄປເກາະຕາມຜິວໜັງເສັ້ນເລືອດ ເຮັດໃຫ້ເສັ້ນເລືອດອັດຕັນ
ອ້າງອີງ

