ຕະຫລາດກາງຄືນສີຫອມ ເຂດຊຸມຊົນຖະໜົນຄົນຍ່າງ ທີ່ບໍ່ຄວນມີລົດສັນຈອນອາດສ່ຽງຕໍ່ການເກີດອຸບັດຕິເຫດ

ຕະຫລາດກາງຄືນສີຫອມ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ເປັນສະຖານທີ່ທີ່ກຸ່ມໄວໜຸ່ມຮູ້ຈັກກັນດີ ໂດຍສະເພາະກຸ່ມຄົນສາຍຊີມສາຍກິນ ເນື່ອງຈາກແມ່ນເຂດຂາຍອາຫານການກິນ ແລະ ເຄື່ອງດື່ມ ຫລື ເອີ້ນກັນວ່າ ສະຕຣີດຟູດສີຫອມ ທີ່ມີອາຫານຫລາຍເຍື່ອງໃຫ້ສາມາດເລືອກຊື້ກິນໄດ້ເຕັມອີ່ມຕາມໃຈ. ຖືວ່າເປັນເລື່ອງດີ, ແຕ່ກໍຍັງມີບາງບັນຫາທີ່ໜ້າເປັນຫ່ວງ ເປັນຕົ້ນບັນຫາການສັນຈອນໄປ-ມາ ຂອງລົດລາງພາຫະນະທັງລົດໃຫຍ່-ລົດຈັກ ເຊິ່ງມີຄວາມສ່ຽງສູງຕໍ່ການເກີດອຸບັດຕິເຫດ ໂດຍເຫັນໄດ້ຈາກການມີບາງກຸ່ມຄົນຂັບຂີ່ລົດມາດ້ວຍຄວາມໄວໂດຍບໍ່ຄຳນຶງເຖິງບຸກຄົນທີ່ຍ່າງຢູ່ແຄມທາງ. ນອກນີ້ຍັງເຮັດໃຫ້ການສັນຈອນແອອັດ. ຂະນະດຽວກັນກໍສັງເກດເຫັນມີການດື່ມສິ່ງມຶນເມົາຢູ່ສະຖານທີ່ດັ່ງກ່າວໂດຍສະເພາະກຸ່ມນັກຮຽນ-ນັກສຶກສາ ແລະ ກຸ່ມໄວໜຸ່ມອື່ນໆ.
ສະນັ້ນຂໍໃຫ້ພາກສ່ວນຮັບຜິດຊອບເຂດດັ່ງກ່າວເອົາໃຈໃສ່ກວດກາ ຫລື ຈັດສັນຕື່ມອີກເພື່ອຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍ.

