ໂປຕຸເກດ ປະກາດລາຍຊື່ນັກເຕະຊຸດລຸຍບານໂລກ ດາວດັງຜິແດງ ໂຣນັລໂດ້, ບຣູໂນ, ດາໂລ ມາຄົບ

ແຟນານໂດ ຊານໂຕສ ຄູຝຶກທີມຊາດໂປຕຸເກດ ຢືນຢັນລາຍຊື່ 26 ນັກເຕະທີ່ຈະໄປບານໂລກ 2022 ໂດຍມີດາວດັງຈາກທັງ ແມນເຊັສເຕີ ຢູໄນເຕັດ ແລະ ແມນເຊັສເຕີ ຊິຕີ້ ຕິດມາຮ່ວມທີມຢ່າງພ້ອມໜ້າ.

ທັບຟອຍທອງ ຊຸດນີ້ອຸດົມໄປດ້ວຍນັກກິລາບານເຕະຊື່ດັງຫລາຍຄົນເຊັ່ນເຄີຍ. ເຊິ່ງກໍ່ລວມເຖິງ ຄຣິສເຕຍໂນ ໂຣນັລໂດ້, ບຣູໂນ ເຟີນານເດສ ແລະ ດິໂອໂກ ດາໂລ ສະໂມສອນ ຈາກແມນເຊັສເຕີ ຢູໄນເຕັດ, ຂະນະທີ່ ຣູເບັນ ດິອາສ, ເບີນາໂດ ຊິລວາ ແລະ ເຈົາ ຄັນເຊໂລ ດາວເຕະຂອງແມນເຊັສເຕີ ຊິຕີ້ ທັງສາມຄົນ ກໍ່ຢູ່ໃນທີມເຊັ່ນກັນ

ລາຍຊື່ນັກເຕະທີມຊາດໂປຕຸເກດ 26 ຄົນ

– ຜູ້ຮັກສາປະຕູ: ດີໂອໂກ ຄອສຕ້າ (Porto), ໂຊເຊ່ ຊາ (Wolverhampton Wanderers), ລຸຍ ປາຕີສຊິໂອ (AS Roma)

– ກອງຫລັງ: ດີໂອໂກ ດາໂລ (Manchester United), ເຈົາ ຄັນເຊໂລ (Man City), ດານີໂຣ ເປເຣລາ (Paris Saint-Germain), ເປເປ້ (Porto), ຣູເບນ ດີອາສ (Manchester City), ອັນໂຕນິໂອ ຊິລວາ (Benfica),ນູໂນ ເມນເດສ (Paris Saint-Germain) ), ຣາຟາເອລ ເກເຣໂຣ່ (ໂບຣຸສເຊຍ ດອດມຸນ)

– ກອງກາງ: ເຈົາ ປາຣິນຍາ (Fulham), ຣູເບນ ເນສເວດ (Wolverhampton Wanderers), ເບີນາໂດ້ ຊິລວາ (Manchester City),ບຣູໂນ ເຟີນັລເດສ (Manchester United), ເຈົາ ມາຣິໂອ (Benfica), ມາເຕອູສ ນູເນສ (Wolverhampton Wanderers) Wanderers), ໂອຕາວີໂອ (Porto), ວິຕິນຍາ (Paris Saint-Germain), ວິນລຽມ ຄາວາໂຢ່ (Real Betis).

– ກອງໜ້າ: ອັນເດຣ ຊິລວາ (RB Leipzig), ຄຣິສເຕຍໂນ ໂຣນັລໂດ້ (Manchester United), ກອນຊາໂລ ຣາມອສ (Benfica), ເຈົາ ຟີລິກ (Atletico Madrid), ຣາຟາເອລ ເລເອົາ (AC Milan), ຣິຄາໂດ ຮອສຕາ (Braga)