ຮອງນາຍົກລັດຖະມົນຕີ ຮ່ວມກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 25 ແລະ ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 31

ແຫລ່ງຂ່າວ ກະຊວງການຕ່າງປະເທດ ລາຍງານວ່າ: ວັນທີ 10 ພະຈິກ 2022 ທີ່ພະນົມເປັນ ຣາຊະອານາຈັກ ກໍາປູເຈຍ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 25 ໂດຍກອງປະຊຸມໄດ້ຮັບຊາບຄວາມຄືບໜ້າວຽກງານຂອງບັນດາຂະແໜງການພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ແລະ ຜົນການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ຊຶ່ງມາຮອດປັດຈຸບັນສາມາດຈັດຕັ້ງປະຕິບັດໄດ້ 285 ກິດຈະກໍາ ຈາກ 290 ກິດຈະກໍາ ຫຼື ໄດ້ 98%. ພ້ອມນີ້, ກອງປະຊຸມ ກໍໄດ້ຊຸກຍູ້ໃຫ້ຂະແໜງການຕ່າງໆ ຂອງເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ສືບຕໍ່ຈັດຕັ້ງປະຕິບັດບັນດາກິດຈະກຳທີ່ຍັງຄົງຄ້າງໃຫ້ສຳເລັດຕາມຄາດໝາຍ.
ຈາກນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສະພາປະສານງານອາຊຽນຄັ້ງທີ 31 ໂດຍກອງປະຊຸມໄດ້ຮັບຊາບຄວາມຄືບໜ້າການຈັດ ຕັ້ງປະຕິບັດບຸລິມະສິດພາຍໃຕ້ການເປັນປະທານອາຊຽນຂອງກໍາປູເຈຍໂດຍສະເພາະ ຖະແຫຼງການຜູ້ນໍາອາຊຽນ ຄົບຮອບ 55 ປີ ແຫ່ງການສ້າງຕັ້ງອາຊຽນ, ຖະແຫຼງການວິໄສທັດຜູ້ນໍາອາຊຽນ ວ່າດ້ວຍອາຊຽນແກ້ໄຂບັນດາສິ່ງທ້າທາຍຮ່ວມກັນ ແລະ ການຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ຊຶ່ງປັດຈຸບັນຄະນະສະເພາະກິດລະດັບສູງ ວ່າດ້ວຍວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ໄດ້ສໍາເລັດການຮ່າງອົງປະກອບຫຼັກຂອງວິໄສທັດດັ່ງກ່າວ ແລະ ຈະສືບຕໍ່ປຶກສາຫາລື ລວມທັງການສ້າງເອກະສານກ່ຽວຂ້ອງໃຫ້ສໍາເລັດໃນປີ 2025. ພ້ອມນັ້ນ, ກອງປະຊຸມ ຍັງໄດ້ຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມອາຊຽນ ເພື່ອຮັບມືກັບພະຍາດໂຄວິດ-19 ເປັນຕົ້ນການຟື້ນຟູຈາກຜົນກະທົບຂອງພະຍາດໂຄວິດ-19 ໂດຍຜ່ານການຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານອາຊຽນ ແລະ ໄດ້ຊຸກຍູ້ໃຫ້ຂະແໜງສາທາລະນະສຸກອາຊຽນ ເລັ່ງການປຶກສາຫາລືຂໍ້ຕົກລົງກ່ຽວກັບການສ້າງຕັ້ງສູນອາຊຽນເພື່ອແກ້ໄຂເຫດສຸກເສີນດ້ານສາທາ ລະນະສຸກ ແລະ ພະຍາດລະບາດ ໃຫ້ສໍາເລັດໂດຍໄວ ເພື່ອໃຫ້ສູນດັ່ງກ່າວສາມາດປະຕິບັດງານໄດ້.
ນອກນີ້, ກອງປະຊຸມ ຍັງໄດ້ຮັບຊາບບັນດາບົດລາຍງານທີ່ກ່ຽວຂ້ອງເພື່ອນໍາສະເໜີໃຫ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ພິຈາລະນາຮັບຮອງ ແລະ ຮັບຊາບ.

