ເຊເນກັລ ກຽມໃຊ້ຫມໍຜີຊ່ວຍປິ່ນປົວອາການບາດເຈັບ ມາເນ

ເຊເນກັລ ພ້ອມເຮັດທຸກວິທີເພື່ອຊ່ວຍໃຫ້ ຊາດີໂອ ມາເນ ດາວຍິງຕົວເກ່ັງ ກັບມາສົມບູນທັນລຸຍບານໂລກ 2022 ຫລ້າສຸດກຽມ ໃຊ້ຫມໍຜີເຂົ້າມາຊ່ວຍປິ່ນປົວອາການບາດເຈັບຂອງດາວຍິງຄົນສຳຄັນປະຈຳທີມ.
ສະມາຄົມບານເຕະເຊເນກັລ ພ້ອມເຮັດທຸກວິທີທາງເພື່ອຊ່ວຍໃຫ້ ຊາດີໂອ ມາເນ ດາວຍິງຕົວຄວາມຫວັງໃຫ້ກັບມາ ສົມບູນທັນໄປລຸຍການແຂ່ງຂັນບານໂລກ 2022 ທີ່ປະເທດກາຕ້າ ໂດຍຫລ້າສຸດກຽມຈ້າງຫມໍຜີເຂົ້າມາຊ່ວຍປິ່ນປົວ ອາການບາດເຈັບຂອງດາວຍິງບາເຢິນມິວນິກແລ້ວ.
ມາເນ ໄດ້ຮັບບາດເຈັບຫົວເຂົ່າລະຫວ່າງເກມບຸນເດສລີກາ ເຢຍລະມັນ ນັດທີ່ ບາເຢິນ ເປີດບ້ານຖະຫລົ່ມ ແວເດີ ເບຣເມນ 6-1 ເມື່ອວັນອັງຄານທີ່ຜ່ານມາ ກ່ອນຈະມີຂ່າວຕາມມາວ່າ ອະດີດດາວຍິງລີເວີພູລ ໜ້າຈະເຊົາບໍ່ທັນເດີນທາງໄປຊ່ວຍເຊເນກັລ ໃນບານໂລກ.
ຈົນຫລ້າສຸດ ຟາດມາ ຊາມູຣາ ເລຂາທິການໃຫຍ່ສະຫະພັນບານເຕະນາໆຊາດ (FIFA) ຊາວເຊເນກັລ ເປີດເຜີຍວ່າ ຍັງບໍ່ປິດໂອ ກາດທີ່ ມາເນ ຈະຕິດທີມຊາດໄປບານໂລກ ແລະ ພ້ອມຈະເຮັດທຸກວິທີທາງເພື່ອຊ່ວຍໃຫ້ລາວຟື້ນຈາກອາການບາດເຈັບໄດ້ທັນ ເວລາ ບໍ່ເວັ້ນແມ່ນແຕ່ການວິທີນອກຕຳລາ ກໍຄືການເພິ່ງພາມົນດຳຂອງພໍ່ມົດຫມໍຜີ.
ຊາມູຣາ ກ່າວຜ່ານ Europe 1 ສື່ຊື່ດັງວ່າ : “ ເຮົາຈະໃຊ້ຫມໍຜີ, ຂ້ອຍບໍ່ຮູ້ວ່າມັນຈະໄດ້ຜົນຫລືບໍ່ ແຕ່ໃນກໍລະນີ ບໍ່ວ່າແນວໃດເຮົາກໍຈະ ໃຊ້ພວກເຂົາແນ່ນອນ ເຮົາຫວັງວ່າຈະມີປະຕິຫານ ລາວຈະຕ້ອງໄດ້ໄປບານໂລກ ”.

