
ທ່ານ ຄຳຖອຍ ຊາວກະສິກອນປູກຜັກປອດສານພິດໃນໂຮງເຮືອນ ຢູ່ບ້ານວຽງສາ ເມືອງໄຊ ແຂວງອຸດົມໄຊ ໄດ້ໃຫ້ສຳພາດຕໍ່ທີມງານຂ່າວວ່າ: ບ້ານວຽງສາ ໃນເມື່ອກ່ອນເອີ້ນວ່າບ້ານໂຮມສ້າງ ເພາະມີປະຊາຊົນມາຈາກຫຼາຍບ້ານມາອາໄສຢູ່ຮ່ວມກັນ ຈາກນັ້ນ, ຈຶ່ງໄດ້ປ່ຽນມາເປັນບ້ານວຽງສາ ຕາມທີ່ພັກ-ລັດ ໄດ້ກຳນົດໃຫ້, ປະຊາຊົນພາຍໃນບ້ານເມື່ອກ່ອນແມ່ນເຮັດຫຼາຍອາຊີບ ໂດຍສະເພາະແມ່ນເຮັດໄຮ່ ເຮັດນາ, ຄ້າຂາຍ, ເຮັດສວນ, ກຳມະກອນກໍ່ສ້າງ ແລະ ອື່ນໆຕາມທ່າແຮງຂອງໃຜລາວ, ແຕ່ອາຊີບທີ່ເດັ່ນກວ່າໜູ່ ແລະ ສ້າງລາຍຮັບໃຫ້ປະຊາຊົນໄດ້ດີ ແລະ ຍືນຍົງກໍແມ່ນການປູກຜັກຂາຍສົ່ງໃຫ້ຕະຫຼາດໃນເທດສະບານແຂວງ ເຫັນວ່າມີລາຍໄດ້ດີພໍສົມຄວນ, ສະນັ້ນ, ປະຊາຊົນຈຶ່ງຫັນຈາກການຖາງປ່າເຮັດໄຮ່ ແລະ ຫັນເອົາເນື້ອທີ່ນາມາປູກຜັກກັນເກືອບທຸກຄອບຄົວ ໃນນີ້ຄອບຄົວຂອງຕົນເອງກໍເປັນໜຶ່ງໃນຄອບຄົວທີ່ຫັນມາປູກຜັກສ້າງລາຍຮັບເຂົ້າຄອບຄົວ; ສຳລັບຄອບຄົວ ທ່ານ ຄຳຖອຍ ແມ່ນໄດ້ລົງທຶນເຮັດໂຮງເຮືອນສຳລັບປູກຜັກມາເກືອບສອງປີ ດ້ວຍເງິນທຶນ 20 ລ້ານ ໃນການສ້າງໂຮງເຮືອນ ສ່ວນແຮງງານແມ່ນມີແຕ່ສອງຜົວເມຍ ທີ່ເປັນແຮງງານຫຼັກໃນການເຮັດສວນ ເຖິງຈະພົບກັບຄວາມຫຍຸ້ງຍາກແຕ່ກໍຍັງສູ້ຊົນເພື່ອຄວາມຢູ່ລອດຂອງຄອບຄົວ; ສຳລັບຕະຫຼາດຈຳໜ່າຍແມ່ນໄດ້ນຳເອົາຜັກໄປສົ່ງໃຫ້ແມ່ຄ້າຄົນກາງທີ່ປະຈຳຢູ່ຕະຫຼາດບ້ານຖິ່ນ ຕະຫຼາດໜອງແມງດາ ໃນລາຄາສົ່ງ ແລະ ຕ້ອງໄປສົ່ງຜັກກ່ອນຟ້າຈະແຈ້ງ ຫຼື ເວລາ 3-4 ໂມງເຊົ້າ ຜັກຕ້ອງຮອດຕະຫຼາດ ຈາກນັ້ນກໍມາສືບຕໍ່ເຮັດສວນ ບາງມື້ແມ່ນບໍ່ໄດ້ພັກຜ່ອນເລີຍ ທັງນີ້ກໍຍ້ອນວ່າແຮງງານມີໜ້ອຍວຽກຈຶ່ງຫຼາຍ.

ສຳລັບການປູກຜັກນີ້ ຂໍ້ສະດວກ ຂໍ້ຫຍຸ້ງຍາກແມ່ນບໍ່ມີຫຼາຍ ເພາະວ່າດິນສວນແມ່ນຢູ່ໃກ້ກັບບ້ານ ກັບເຮືອນ ໃຊ້ເວລາໄປມາບໍ່ດົນ ການຂົນສົ່ງຜັກກໍສະດວກສະບາຍ ມີຮ່ອງນ້ຳໄຫຼຜ່ານ ມີນ້ຳຫົດຜັກບໍ່ຂາດ ແລະ ປັດຈຸບັນມີໂຮງເຮືອນສອງຫຼັງ ສາມາດປູກຜັກໄດ້ຕະຫຼອດປີມີລາຍຮັບ 80 ລ້ານກ່ວາກີບຕໍ່ປີ; ສະຫຼຸບແລ້ວ ຈະເຮັດອາຊີບໃດກໍຕາມ ຍ່ອມມີຄວາມຫຍຸ້ງຍາກ ແລະ ອຸປະສັກກັນທັງນັ້ນ ຂຶ້ນຢູ່ທີ່ວ່າ ເຮົາຈະມີຄວາມພະຍາຍາມ ແລະ ອົດທົນພາກພຽນຊ່ຳໃດເພື່ອໃຫ້ຜ່ານຜ່າອຸປະສັກເຫຼົ່ານັ້ນໄປໄດ້ ຈົນກ້າວໄປສູ່ຄອບຄົວທີ່ມີລາຍຮັບທີ່ໝັ້ນຄົງ ມີເຮືອນຢູ່ທີ່ຖາວອນ ມີເງິນຝາກຢູ່ທະນາຄານ ແລະ ແຮໄວ້ເວລາເຈັບເປັນຕື່ມອີກ, ສົມກັບຄຳວ່າ ດຸໝັ່ນ ອົດທົນ ພາຄອບຄົວມີຊີວິການເປັນຢູ່ດີຂຶ້ນ.