ຊອນ ເຮືອງ ມິນ ຢືນຢັນ ພ້ອມຊ່ວຍ ສ.ເກົາຫລີ ໃນບານໂລກທີ່ກາຕ້າ

ຊອນ ເຮືອງ ມິນ ກອງໜ້າທີມຊາດ ສ.ເກົາຫລີ ແລະ ທັອດແນມ ຮັອດສະເປີ ຢືນຢັນວ່າລາວຈະລົງສະໜາມຊ່ວຍ ທີມຊາດລຸຍບານໂລກ 2022 ທີ່ກາຕ້າ.
ໂດຍ ຊອນ ເຮືອງ ມິນ ໄດ້ຮັບບາດເຈັບກະດູກເບົ້າຕາຊ້າຍແຫງຈາກຈັງຫວະປະທະກັບ ຊານເຊລ ເອມເບມບາ ຜູ້ຫລິ້ນ ໂອລິມປິກ ມາກເຊ ໃນເກມຢູຟາ ແຊ໊ມປຽນ ລີກ ຮອບແບ່ງກຸ່ມ ໃນວັນທີ 1 ພະຈິກ.
ຈາກອາການບາດເຈັບທີ່ເກີດຂຶ້ນເຮັດໃຫ້ດາວເຕະອາຍຸ 30 ປີ ຕ້ອງເຂົ້າຮັບການຜ່າຕັດ ແລະ ຢູ່ໃນຄວາມສ່ຽງທີ່ຈະບໍ່ໄດ້ໄປຫລິ້ນໃນ ບານໂລກ 2022 ລະຫວ່າງວັນທີ 20 ພະຈິກ – 18 ທັນວານີ້.
ແນວໃດກໍຕາມຫລ້າສຸດ ຊອນ ເຮືອງ ມິນ ໂພສຜ່ານອິນສະຕາແກຣມສ່ວນຕົວໂດຍຂອບໃຈທຸກກຳລັງໃຈທີ່ສົ່ງມາໃຫ້ ພ້ອມຢືນ ຢັນວ່າລາວຈະເຂົ້າຮ່ວມແຂ່ງຂັນບານໂລກຄັ້ງນີ້ຢ່າງແນ່ນອນ “ ຂ້ອຍຖ້າທີ່ຈະເປັນຕົວແທນປະເທດຂອງຂ້ອຍບໍ່ໄຫວແລ້ວ ແລ້ວພົບກັນທີ່ກາຕ້າ ”.
ທັງນີ້ ຊອນ ເຮືອງ ມິນ ຖືເປັນນັກເຕະຄົນສຳຄັນຂອງທີມຊາດ ສ.ເກົາຫລີ ຫລັງເຮັດໄປແລ້ວ 35 ປະຕູຈາກການລົງສະໜາມ 105 ນັດທຸກລາຍການ ພ້ອມຜ່ານການຫລິ້ນບານໂລກມາແລ້ວ 2 ຄັ້ງ ຄືໃນປີ 2014 ແລະ 2018.

